ທ້າຍອາທິດຜ່ານມາ ທີ່ແຂວງຫົວພັນ ໄດ້ມີພິທີເປີດນຳໃຊ້ຫ້ອງການພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ຫຼັງໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງໆຫົວພັນ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານພະແນກດັ່ງກ່າວເຂົ້າຮ່ວມ.
ໃນພິທີ ທ່ານ ສົມທອງ ວິໄລຜົນ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫົວພັນ ໄດ້ລາຍງານຕໍ່ພິທີວ່າ: ໂຄງການສ້າງຕຶກຫ້ອງການພະແນກວິທະຍາສາດ ແລະ ເຕັກໂນ ໂລຊີ ແຂວງຫົວພັນ ເລີ່ມລົງມືກໍ່ສ້າງຕັ້ງແຕ່ຕົ້ນປີ 2016 ແລະ ໄດ້ສຳເລັດໃນທ້າຍປີ 2017 ນີ້ໃຊ້ເວລາ 2 ປີກວ່າ ໂຄງການສ້າງຕຶກພະແນກດັ່ງກ່າວ ເປັນອາຄານ 2 ຊັ້ນ, ມີ 7 ຫ້ອງການເຮັດວຽກມີ 3 ຫ້ອງນ້ຳ ແລະ 1 ຫ້ອງປະຊຸມ ພ້ອມດ້ວຍ ໂຕະຕັ່ງເຮັດວຽກຄົບຊຸດ, ຫຼັງຄາມຸງດວ້ຍກະເບື້ອງຊີແພັກ ແລະ ມີກຳແພງອ້ອມຮອບ, ຜ່ານການກໍ່ສ້າງແມ່ນຖືກຕ້ອງຕາມແບບ, ຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມສວຍງາມ ໄດ້ຮັບຮອງຈາກຄະນະຄຸ້ມຄອງໂຄງການກໍ່ສ້າງຂັ້ນແຂວງ, ໂຄງການກໍ່ສ້າງຕຶກພະແນກດັ່ງກ່າວມູນຄ່າ 3 ຕື້ກວ່າກີບ ໂດຍແມ່ນບໍລິສັດ ລຽນພອນໄຊ ກໍ່ສ້າງເຄຫາສະຖານ ແລະ ຂົວທາງຈຳກັດ ເປັນຜູ້ຮັບ ເໝົາກໍ່ສ້າງ.
ໃນໂອກາດພິທີເປີດນຳໃຊ້ຕຶກພະແນກວິທະຍາສາດ ແລະ ເຕັກໂນໂລຊີ ໃນຄັ້ງນີ້ ທ່ານ ລັດຖະມົນຕິກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ມອບລົດຕູ້ 1 ຄັນ, ຄອມພິວເຕີ ຈຳນວນ 3 ຊຸດ ແລະ ອຸປະກອນຮັບໃຊ້ໃຫ້ການຈຳນວນໜຶ່ງ ເພື່ອຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງພະແນກ. ອີກດ້ວຍ.
ຂ່າວຈາກ ທີມຂ່າວ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
Editor: ກຳປານາດ ລັດຖະເຮົ້າ