ເມື່ອບໍ່ດົນມານີ້ ຢູ່ທີ່ແຂວງຫົວພັນ ໄດ້ມີພິທີເປີດຫ້ອງກວດກາຄຸນນະພາບນ້ຳມັນເຊື້ອໄຟ ປະຈຳດ່ານ ນ້ຳໂສຍ-ນາແມວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບັນດິດ ສາດສະດາຈານ ດຣ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ພູໂຊນ ທຳມະວິໄຊ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຫົວພັນ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ບັນດາ ບໍລິສັດ, ຜູ້ປະກອບການດ້ານນຳມັນເຊຶ້ອໄຟ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ວຽງທອງ ວົງທະວິໄລ ຮັກສາການຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ລາຍງານສະພາບລວມຂອງການກວດກາຄຸນນະພາບ ນ້ຳມັນເຊື້ອໄຟວ່າ: ໂດຍປະຕິບັດຕາມພາລະບົດບາດຂອງ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການປະຕິບັດຈັດຕັ້ງກວດຄຸນນະພາບນໍ້າມັນເຊື້ອໄຟທີ່ຜະລິດ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍຢູໃນ ສປປ ລາວ ໃນທົ່ວປະເທດ ນັບແຕ່ ເດືອນ ສິງຫາ 2016 ຜ່ານມາ ແລະ ໄດ້ເປິດຫ້ອງກວດສອບແລ້ວ ຈຳນວນ 13 ດ່ານ ໃນຂອບເຂດທົ່ວປະເທດ, ການເປີດຫ້ອງກວດສອບ ຢູ່ດ່ານນ້ຳໂສຍ-ນາແມວ ຄັ້ງນີ້ເປັນແຫ່ງທີ່ 14.
ທ່ານຍັງກ່າວຕື່ມກ່ຽວກັບຂັ້ນຕອນການກວດມີ ຄື: ເມື່ອມີການນຳນໍ້າມັນເຊື້ອໄຟເຂົ້າມາໃນ ສປປ ລາວ ຈະຕ້ອງໄດ້ແຈ້ງເອກະສານນຳເຂົ້າດ່ານ, ຫຼັງຈາກນັ້ນ ຈະໄດ້ມີການເກັບຕົວຢ່າງຈາກລົດບັນທຸກນໍ້າມັນເຊື້ອໄຟ ເພື່ອກວດກາຄຸນນະພາບເບື້ອງຕົ້ນ ຢູ່ຫ້ອງທົດລອງປະຈຳດ່ານ, ຖ້າຫາກການກວດກາຖືກຕ້ອງຕາມມາດຕະຖານ ທີ່ກຳນົດ ກໍຈະອອກໃບຢັ້ງຢືນຄວາມຖືກຕ້ອງຂອງຄຸນນະພາບນໍ້າມັນເຊື້ອ ກັບຊຸດເອກະສານ ສົ່ງໄປຫາຫ້ອງການພາສີ ປະຈຳດ່ານ ເພື່ອດຳເນີນການຂັ້ນຕໍ່ໄປ.
ນອກຈາກນີ້, ຍັງຈະໄດ້ດໍາເນີນການກວດຄຸນນະພາບນໍ້າມັນເຊື້ອໄຟ ຢູ່ຕາມແຕ່ລະສາງເກັບນໍ້າມັນເຊື້ອໄຟ, ແຕ່ລະປໍ້າຈໍາໜ່າຍນໍ້າມັນເຊື້ອໄຟ ທົ່ວແຂວງຫົວພັນ ເປັນແຕ່ລະໄລຍະອີກ ແລະ ຍັງມີລົດກວດສອບຄຸນນະພາບນໍ້າມັນເຄື່ອນທີ່ໄວ້ບໍລິການຕາມການຮ້ອງຮຽນຂອງປະຊາຊົນ ແລະ ສາຍດ່ວນຈາກຜູ້ຊົມໃຊ້ 1513 ນໍາອີກ, ທັ້ງນີ້ກໍ່ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະ ປົກປ້ອງ ຜູ້ຊົມໃຊ້ນ້ຳມັນເຊື້ອໄຟຢູ່ ສປປ ລາວ ໃຫ້ມີຄຸນນະພາບຖືກຕ້ອງ ແລະ ໄດ້ຕາມມາດຕະຖານແຫ່ງຊາດກໍ່ຄື ມາດຕະຖານສາກົນ ເວົ້າລວມເວົ້າ ສະເພາະ ກໍ່ແມ່ນພໍ່ແມ່ປະຊາຊົນ ແຂວງຫົວພັນ.
Editor: ກຳປານາດ ລັດຖະເຮົ້າ