ສຳນັກງານການຄ້າລະຫວ່າງປະເທດ ໂດຍໄດ້ຮັບການມອບຫມາຍ ຈາກກົມສົ່ງເສີມການຄ້າລະຫວ່າງປະເທດ, ກະຊວງພານິດ ແຫ່ງປະເທດໄທ ໄດ້ຮ່ວມກັບ ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຈັດງານວາງສະແດງສິນຄ້າ ສຸດຍອດກາໄທ ຫລື TOP THAI BRANDS ປະຈຳປີ 2016 ຂື້ນໃນລະຫວ່າງວັນທີ 29/06-03/072016 ທີ່ສູນການຄ້າລາວໄອເຕັກ ຕຶກໃຫມ່ ຊັ້ນ 7 ນະຄອນຫລວງວຽງຈັນ.
ເຂົ້າຮ່ວມໃນພິທີມີ "ທ່ານ ສົມຈິດ ອິນທະມິດ", ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ນົບພະດົນ ເທບພິທັກ, ເອກອັກຄະລາດຊະທູດໄທ ປະຈຳ ສປປ ລາວ, ທ່ານນາງ ພິມົນ ປົງກອງແກ້ວ, ອັກຄະລາດຊະທູດທີ່ປຶກສາຝ່າຍພານິດ, ກະຊວງພານິດ ແຫ່ງປະເທດໄທ ປະຈຳ ສປປ ລາວ ພ້ອມນີ້ຍັງມີແຂກຖຶກເຊີນພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມ. ຂະນະທີ່ ທ່ານນາງ ພິມົນ ປົງກອງແກ້ວ, ອັກຄະລາດຊະທູດທີ່ປຶກສາຝ່າຍພານິດ, ກະຊວງພານິດ ແຫ່ງປະເທດໄທ ປະຈຳ ສປປ ລາວ ເຜີຍວ່າ: ງານວາງສະແດງສິນຄ້າ ຄັ້ງນີ້ ຈັດຂື້ນພາຍໃຕ້ຮູບແບບການຈັດງານທີ່ໃຫມ່ ໂດຍມີການຮ່ວມມືກັບພັນທະມິດທາງທຸລະກິດ ຈາກສະພາຫໍການຄ້າໄທ, ສະພາອຸດສາຫະກຳ ແຫ່ງປະເທດໄທ ແລະ ສະພາຜູ້ສົ່ງອອກສິນຄ້າທາງເຮືອ. ຊຶ່ງຈະຄັດເລືອກນັກທຸລະກິດເຂົ້າຮ່ວມງານຫລາຍກວ່າ 300 ຫ້ອງວາງສະແດງ ເພື່ອມຸ້ງເນັ່ນນຳສະເຫນີສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ, ມີມາດຕະຖານ ແລະ ກາຫມາຍສິນຄ້າ ທີ່ເປັນທີ່ຍອມຮັບຂອງນັກທຸລະກິດ ແລະ ປະຊາຊົນລາວ.
ນອກນີ້, ຍັງແນ່ໃສ່ສົ່ງເສີມດ້ານການຄ້າ ແລະ ການລົງທຶນຂອງທັງສອງປະເທດ ເພື່ອເພີ່ມມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ໄທ ລວມໄປເຖິງການເສີມສ້າງພາບພົດທີ່ດີຂອງສິນຄ້າທີ່ມີຄຸນນະພາບ, ມີມາດຕະຖານ ແລະ ມີເຄື່ອງຫມາຍການຄ້າຂອງທັງສອງປະເທດ ໃຫ້ເປັນທີ່ນິຍົມ ແລະ ຍອມຮັບຂອງຜູ້ບໍລິໂພກ ແລະ ກະຕຸ້ນໃຫ້ນັກທຸລະກິດ ທັງສອງປະເທດ ເກີດການຮ່ວມມືກັນ ພາຍໃຕ້ບັນຍາກາດງານວາງສະແດງສິນຄ້າທີ່ມີຄວາມສ້າງສັນ.