ກອງປະຊຸມສຳມະນາເຜີຍແຜ່ກົດຫມາຍ, ສົນທິສັນຍາພາກພື້້ນ ແລະ ສາກົນ, ກ່ຽວກັບການຕ້ານ ແລະ ສະກັດກັ້ນການຄ້າມະນຸດ, ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນ ສປປ ລາວ ໃຫ້ພະນັກນັກງານ ກະຊວງ ຖະແຫລ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ຂັ້ນສູນກາງ ແລະ ທ້ອງຖິ່ນ 6 ແຂວງພາກກາງ ຊຶ່ງໄດ້ຈັດຂື້ນໃນລະຫວ່າງວັນທີ 11 ຫາ 13 ທັນວາ 2017 ນີ້ ຢູ່ພະແນກຖະແຫລ່ງຂ່າວ-ວັດທະນາທຳ ແລະ ທອ່ງທ່ຽວ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ, ຮອງລັດຖະມົນຕີກະຊວງ ຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຄະນະກຳມະທິການລະດັບຊາດ ຕ້ານການຄ້າມະນຸດ ແລະ ທ່ານ ພັນເອກ ປອ ເພັງສະຫວັນ ທິບພະວົງໄຊ, ຮອງຫົວຫນ້າກົມໃຫຍ່ຕຳຫລວດ, ກຳມະການຕ້ານການຄ້າມະນຸດລະດັບຊາດ, ພ້ອມດ້ວຍຫົວຫນ້າພະແນກ ຖວທ ແຂວງສະຫວັນນະເຂດ ແລະ ນັກສຳມະນາກອນ 6 ແຂວງພາກກາງເຂົ້າຮ່ວມ.
ທ່ານ ສະຫວັນຄອນ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເຂົ້າຮ່ວມເປີດກອງປະຊຸມສໍາມະນາໃນມື້ນີ້ ກ່ຽວກັບ ການປ້ອງກັນ ແລະ ສະກັດກັ້ນຕ້ານການຄ້າມະນຸດ, ຊຶ່ງກຳລັງແຜ່ລະບາດຫລາຍໃນພາກພື້ນ ແລະ ໃນ ສປປ ລາວ ຂອງພວກເຮົາໃນປັດຈຸບັນ. ການຄ້າມະນຸດເກີດຂື້ນໃນຮູບແບບຕ່າງໆເຊັ່ນ: ໄດ້ມີການຕົວະຍົວະ, ຫລອກຫລວງ, ຮູບແບບການແຕ່ງງານຊໍ້າຊ້ອນ, ໃຊ້ກຳລັງ ແລະ ຂົ່ມຂູ່ອື່ນໆ ຫລື ການສວຍໃຊ້ຮັບຄ່າຈ້າງສິນບົນ ເພື່ອສະແຫວງຫາຜົນປະໂຫຍດຈາກການຄ້າປະເວນີ, ບໍລິການແບບຂ້າທາດ ແລະ ຮູບແບບອື່ນໆ....
ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນສ້າງຄວາມເຂົ້າໃຈໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມ, ພ້ອມທັງຍົກລະດັບຄວາມຮັບຮູ້ເຂົ້າໃຈກ່ຽວກັບສະພາບລວມ, ກົດຫມາຍ, ແຜນດຳເນີນງານລະດັບຊາດ ຕ້ານການຄ້າມະນຸດ, ສົນທິສັນຍາພາກພື້ນ ແລະ ສປປ ລາວ, ຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານສະກັດກັ້ນຕ້ານການຄ້າມະນຸດ.
ນອກຈາກນີ້, ນັກສຳມະນາກອນທັງຫມົດຍັງໄດ້ຟັງຫລາຍບົດຮຽນ ຈາກນັກວິທະຍາກອນ ຜູ້ທີ່ມີຄວາມຮູ້ ແລະ ປະສົບການໃນຂະແຫນງການທີ່ກ່ຽວຂ້ອງ ເຊັ່ນ: ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ,ກົມສົນທິສັນຍາ ແລະ ກົດຫມາຍ, ກົມກົງສູນກະຊວງການຕ່າງປະເທດ ແລະ ກອງເລຂາຄະນະກຳມະທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ກະຊວງ ຖະແຫລງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ.
Editor: ຕະວັນ ແສງສະຫວັນ