ທ້າຍອາທິດຜ່ານມາ ທີມຂ່າວ ໂທລະພາບລາວສຕາຣ໌ ຂອງພວກເຮົາ ໄດ້ສໍາພາດ ທ່ານ ບຸນລັບ ປາທິລາດ ຫົວຫນ້າແຜນງານສິ່ງແວດລ້ອມ, ສະມາຄົມພັດທະນາກະສິກໍາ ແລະ ສິງແວດລ້ອມແບບຍືນຍົງ ກ່ຽວກັບ ຄວາມໝາຍຄວມສໍາຄັນຂອງວັນສັບປະດາ ບໍ່ນໍາໃຊ້ຢາປາບສັດຕູພືດ ເຊິ່ງທ່ານໃຫ້ຮູ້ວ່າ: ວັນດັ່ງກ່າວເປັນວັນທີ່ມີຄວາມໝາຍຄວາມສໍາຄັນຫລາຍ ຕໍ່ການກ່າວເຕືອນໃຫ້ຮູ້ເຖິງຜົນຮ້າຍ ໃນການນໍາໃຊ້ຢາປາບສັດຕູ້ພືດ ແລະ ຜົນກະທົບທີ່ເກີດຈາກຢາປາບສັດຕູ້ພືດ, ສິ່ງທີ່ເປັນສານເຄມີຕົກຄ້າງ
ເພື່ອເປັນການເຮັດໃຫ້ກຸ່ມຜູ້ຜະລິດ ທົ່ວສັງຄົມ ກໍ່ຄືຊາວກະສິກອນປູກພຶດ ໄດ້ຮັບຮູ້ຜົນອັນຕະລາຍ ຂອງສິ່ງດັ່ງກ່າວ ອົງການເຄືອຄ່າຍຢາປາບສັດຕູພືດ ເອເຊຍ-ປາຊີຟິກ ໄດ້ມີການກໍານົດໃຫ້ ວັນທີ 3 – 10 ທັນວາ ຂອງທຸກໆປີເປັນສັບປະດາ ບໍ່ນໍາໃຊ້ຢາປາບສັດຕູພືດ, ເພື່ອເປັນການສ້າງຄວາມເຂົ້າໃຈ ແລະ ປູກຈິດສໍານຶກ ໃຫ້ທຸກຄົນໃນສັງຄົມ ຮູ້ກ່ຽວກັບຜົນຮ້າຍຂອງຢາປາບສັດຕູພືດ ຕໍ່ກັບສຸກຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.
ໂອກາດດັ່ງກ່າວ ທາງລາຍການ ຍັງມີສຽງສໍາພາດຂອງ ທ່ານ ບຸນລັບ ປາທິລາດ ຫົວຫນ້າແຜນງານສິ່ງແວດລ້ອມສະມາຄົມພັດທະນາກະສິກໍາ ແລະ ສິງແວດລ້ອມແບບຍືນຍົງ.
Editor: ກຳປານາດ ລັດຖະເຮົ້າ