ສະຖານທູດເຢຍລະມັນ ປະຈຳ ສປປລາວ ໄດ້ມອບລົດແລນກູເຊີ (Land Cruiser) ຈໍານວຍ 2 ຄັນ, ມອບໃຫ້ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ (1623) ຂຶ້ນໃນທ້າຍອາທິດຜ່ານມາ ທີ່ສະຖານທູດເຢຍລະມັນ, ການຊ່ວຍເຫລຶອດັ່ງກ່າວເພື່ອນຳໃຊ້ເຂົ້າໃນວຽກງານຊ່ວຍເຫລືອມະນຸດສະທຳ. ແລະ ໃນພິທີມອບ-ຮັບ ຄັ້ງນີ້ຕາງໜ້າມອບໂດຍ ທ່ານ ເຢັນ ເປເຕີ ລຸດເຄນເຮິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ເຢຍລະມັນ ແລະ ຕາງໜ້າຮັບໂດຍ ທ່ານ ຮອງສາດສະດາຈານ ດຣ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ໂດຍມີ ທ່ານນາງ ສີສະຫລຽວ ທຳມະເທວາ ປະທານມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະທີ່ປຶກສາມູນນິທິ ລວມທັງແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ
ຕໍ່ກັບການມອບ-ຮັບ ລົດ ຄັງນີ້ ທ່ານນາງ ສີສະຫລຽວ ທຳມະເທວາ ປະທານມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານເຢຍລະມັນ ກໍຄືສະຖານທູດເຢຍລະມັນປະຈຳ ສປປ ລາວ ທີ່ເຫັນໄດ້ເຖິງຄວາມສຳຄັນ ໃນວຽກງານຊ່ວຍເຫລືອສັງຄົມ. ລົດຈຳນວນດັ່ງກ່າວ, ແມ່ນໄດ້ຖືກນຳໄປດັດແປງໃຫ້ ເປັນລົດສື່ສານເຄື່ອນທີ່ ເພື່ອໃຫ້ງ່າຍ ແລະ ສະດວກຕໍ່ການສື່ສານໃນຂອບເຂດ ທີ່ໄປຊ່ວຍເຫລືອ ເຊັ່ນ: ເຂດທຸລະກັນດານ, ໄພພິບັດຕ່າງໆ ທີ່ຕັດຂາດການສື່ສານ ແລະ ອຸບັດຕິເຫດໃຫຍ່ ເຊັ່ນ: ລົດປີ້ນ, ໄຟໃໝ້, ຄົນຈົມນໍ້າ ແລະ ອື່ນໆ. ລົດຄັນ ດັ່ງກ່າວ, ສາມາດລົງໄປສູ່ເຂດກັນດານໄດ້, ເປັນລົດສັ່ງການ ແລະ ສື່ສານເຄື່ອນທີ່ ເພື່ອສະດວກໃນການສື່ສານປະສານງານໃນຈຸດເກີດເຫດໄດ້ດີ.
ພ້ອມນີ້, ທ່ານນາງ ສີສະຫລຽວ ທຳມະເທວາ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະດູແລຮັກສາລົດເປັນຢ່າງດີ ແລະ ນຳໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອຊ່ວຍເຫລືອສັງຄົມ ໃຫ້ເກີດປະໂຫຍດສູງສຸດ
Editor: ກຳປານາດ ລັດຖະເຮົ້າ