ໃນຕອນຄໍ່າວັນທີ 8 ທັນວານີ້, ທີ່ຕະຫລາດກາງຄືນຂົນເຜົ່າ ແຂວງຫລວງພະບາງ ( ເມືອງມໍລະດົກໂລກ ) ໄດ້ມີພິທີເປີດບຸນມະໂລານຮູບເງົາຫລວງພະບາງ ຄັ້ງທີ 8 ຢ່າງເປັນທາງການ ໂດຍເປັນກຽດເຂົ້າ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ທ່ານ ບົວທອງ ແພງສະຫວັນ, ຮອງເລຂາພັກແຂວງ, ແຂວງ ຫລວງພະບາງ ພ້ອມດ້ວຍຕົວແທນຈາກພາກລັດ, ທູຕານຸທູດ ແລະ ມວນຊົນຊາວແຂວງຫລວງພະບາງເຂົ້າຮ່ວມ.
ໂອກາດນີ້ ທ່ານ ບົວທອງ ແພງສະຫວັນ, ຮອງເລຂາພັກແຂວງ, ປະທານກວດກາພັກ-ລັດແຂວງ ຫລວງພະບາງ ໄດ້ກ່າວວ່າ: ການເປັນເຈົ້າພາບຈັດບຸນມະໂຫລານຮູບເງົາຫລວງພະບາງ ຄັ້ງທີ 8 ນີ້, ນອກຈາກສາຍຮູບເງົາຂອງປະເທດສະມາຊິກອາຊຽນແລ້ວ ຍັງມີຫລາກຫລາຍກິດຈະ ກຳໜ້າທີ່ສົນໃຈ ເພື່ອເປີດໂອກາດໃຫ້ຜູ້ສ້າງຮູບເງົາລາວກໍ່ຄືຈາກປະເທດສະມາຊິກອາຊຽນໄດ້ມີການແລກປ່ຽນບົດຮຽນຮ່ວມກັນ ແນ່ໃສ່ເພື່ອປັບປຸງ ແລະ ສົ່ງເສີມດ້ານເຕັກນິກໃໝ່ໆໃນການສ້າງຮູບເງົາໃຫ້ມີຄຸນນະພາບ ແລະໄດ້ຮັບການພັດທະນາໃຫ້ດີຂຶ້ນ.
ສຳລັບຮູບເງົາທີ່ນຳມາສາຍໃຫ້ມວນຊົນຊາວແຂວງ ຫລວງພະບາງໄດ້ຮັບຊົມ ໃນຄັ້ງນີ້ ແມ່ນຮູບເງົາດີເດັ່ນຈາກປະເທດສະມາຊິກອາຊຽນ ທີ່ຜ່ານການຄັດເລືອກແລ້ວຫລາຍກ່ວາ 30 ເລື່ອງ ຂອງລາວມີ 3 ເລື່ອງ, ໂດຍມີເນື້ອໃນຕິດພັນກັບວິຖີການດຳລົງຊີວິດ, ວັດທະນາທຳຮີດຄອງປະເພນີ, ການທ່ອງທ່ຽວ ແລະ ອື່ນໆ ບຸນມະໂຫລານຮູບເງົາຫລວງພະບາງ ຄັ້ງທີ 8 ຈະເປີດໂອກາດໃຫ້ມວນຊົນໄດ້ເບິ່ງໄດ້ຊົມຈົນເຖິງວັນທີ 13 ທັນວານີ້, ທີ່ເດີນຕະຫລາດກາງຄືນ ໂດຍບໍ່ໄດ້ເສຍຄ່າເຂົ້າຊົມ
ຜ່ານການລາຍງານຂອງ ທ່ານ ວິທູນ ສູນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ໃຫ້ຮູວ່າ: ສໍາລັບຮູບເງົາທີ່ນໍາມາສາຍໃນຄັ້ງນີ້ ໃຫ້ກັບມວນຊົນຊາວຫຼວງພະບາງ ແລະ ນັກທ່ອງທ່ຽວໄດ້ຮັບຊົມໃນແຕ່ລະຄໍ່າຄືນ ແມ່ນມີຮູບເງົາດີເດັ່ນທີ່ຫຼາກຫຼາຍ ແລະ ກໍ່ແຕກຕ່າງຈາກປີກ່ອນໆ ຍ້ອນວ່າປີນີ້ ເປັນປີທີ ລາວເຮົາກຽມເປີດປີທ່ອງທ່ຽວລາວ ຈຶ່ງເຮັດໃຫ້ບັນຍາຄຶກຄື້ນກວ່າປີຜ່ານມາ ແລະ ອີກຢ່າງກໍມີຮູບເງົາດີເດັ່ນຈາກປະເທດສະມາຊິກອາຊຽນທີ່ຜ່ານການຂັດເລືອກແລ້ວຫຼາຍກົ່ວ 32 ເລື່ອງ ເຊິ່ງໃນນີ້ມີຮູບເງົາລາວໄດ້ເຂົ້າຮ່ວມສາຍ 3 ເລື່ອງ, ໂດຍມີເນື້ອໃນຕິດພັນກັບວິຖີຊີວິດ, ຮີດຄອງປະເພນີ-ວັດທະນະທໍາ ການທ່ອງທ່ຽວ
ວັນທີ 8 ທັນວາ ມີການສາຍຮູບເງົາເລື່ອງ ວັນຄົບຮອບ ແລະ ຮັກຫມົ້ນ
ວັນທີ 9 ທັນວາ ສາຍຮູບເງົາເລື່ອງ: ສະຫລາດເກມໂກງ ແລະ ເລື່ອງ:ທອງດີ ແຂ້ວຂາວ
ວັນທີ 10 ທັນວາ ມີການສາຍຮູບເງົາ ເລື່ອງ: ຂວັນນາງ ແລະ ເລື່ອງ: ຣີນາ 2
ວັນທີ 11 ທັນວາ ມີການສາຍຮູບເງົາ ເລື່ອງ: ຮັກ-ລວງ-ຫລອນ ແລະ ເລື່ອງ ຫນອນລົດໄຟ
ວັນທີ 12 ທັນວາ ມີຮູບເງົາເລື່ອງ: ຟຣີແລນ ຫ້າມປ່ວຍ, ຫ້າມພັກ, ຫ້າມຮັກຫມໍ ແລະ ເລື່ອງ: ເສັ້ນທາງເລຶອດ
ວັນທີ 13 ທັນວາ ສາຍຮູບເງົາເລື່ອງ: ພຽງແຕ່ໄດ້ຄິດເຖິງ ແລະ ເລື່ອງ: ທຸດົງຄະວັດ
Editor: ກຳປານາດ ລັດຖະເຮົ້າ