ເພື່ອເປັນການປົກປ້ອງຜູ້ບໍລິໂພກ ຈາກສີນຄ້າທີ່ບໍ່ມີຄຸນນະພາບ ເຊື່ອມຄຸນ ທີ່ອາດຈະສົ່ງຜົນສະທ້ອນຕໍ່ສຸຂະພາບໃນໄລຍະສັ້ນ ກໍ່ຄືໄລຍະຍາວ ດັ່ງນັ້ນ ທາງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງປາກລາຍ, ແຂວງໄຊຍະບູລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງ ໄດ້ນຳເອົາສິນຄ້າ ຈາກການທີ່ລົງກວດກາບັນດາຮ້ານຂາຍເຄື່ອງພາຍໃນເທດສະບານເມືອງ ມີທັງໝົດ 5 ບ້ານ ແລະ ພົບເຫັນສິ່ງຄ້າທີ່ບໍ່ມີຄຸນນະພາບ, ຫມົດອາຍຸ ແລະ ອື່ນໆ ຈຶ່ງທຳການເກັບກູ້ນຳຜູ້ປະກອບການມາທຳລາຍຖິ້ມ.ທ່ານ ວານິສາ ສຸນາເຄນ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງປາກລາຍ ເຜີຍວ່າ ສິນຄ້າທີ່ຍືດມາໄດ້ໃນຄັ້ງນີ້ ປະກອບມີ ໄຂ່ໄກ່ 3.900 ໜ່ວຍ, ສີນຄ້າໝົດອາຍຸ-ເສື່ອມຄຸນ ມີທັງໝົດ 14 ລາຍການ ຈາກ 22 ຮ້ານ ລວມມູນຄ່າທັ້ງໝົດ 7.983.000 ກີບ. ພິທີທໍາລາຍຖິ້ມສີນຄ່າດັ່ງກ່າວ ແມ່ນໄດຈັດຂື້ນໃນວັນທີ 7 ທັນວາ 2017 ທີ່ຜ່ານມານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຫຼາຍ ວົງດາລາ ຄະນະປະຈຳພັກເມືອງຮອງເຈົ້າເມືອງໆປາກລາຍ ຜູ້ຊີ້ນໍາວຽກງານເສດຖະກິດ, ມີທ່ານ ນາງ ພິມປະໄພ ສຸຂະລາດ, ຮອງເຈົ້າເມືອງໆປາກລາຍ ຜູ້ຊີ້ນໍາວຽກງາວັດທະນະທຳສັງຄົມ ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ມີບັນດາພະນັກງານລັດຖະກອນຫ້ອງການອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງ ການທີ່ກ່ຽວຂອງເຂົ້າຮ່ວມເປັນສັກຄິພິຍານ.
ສໍາລັບ ຜູ້ລະເມີດ ການນໍາເຂົ້າສີນ ແລະ ການຂາຍສີນຄ້າໝົດອາຍຸ-ເຊື່ອມຄຸນ ທາງເຈົ້າໜ້າທີ່ແມ່ນ ໄດ້ສືກສາອົບຮົມ ແລະ ເຮັດບົດບັນທືກ ກ່າວເຕືອນ ຖ້າມີຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມ ລະບຽບກົດໝາຍ.
ທ່ານ ວານິສາ ສຸນາເຄນ ກໍາມະການພັກເມືອງ ,ຫົວໜ້າຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງ ຍັງໄດ້ຍໍ້າອີກ ວ່າ: ຜ່ານມາທາງເຈົ້າໜ້າທີ່ ກວດກາການຄ້າເມືອງ ໄດ້ລົງກວດກາສິນຄ້າທີ່ນໍາເຂົ້າ ບໍ່ຖືກຕ້ອງ, ສິນຄ້າເສື່ອມຄຸນນະພາບ ໃນເຂດເທດສະບານເມືອງ, ຢູ່ຕາມທ້ອງຕະຫລາດ ແລະ ບັນດາຫ້າງຮ້ານເຂດນອກ ເທດສະບານເມືອງ ແລະ ໄດ້ຢຶດເອົາສິນຄ້າດັ່ງກ່າວ ເພື່ອນຳມາທຳລາຍແລ້ວຫຼາຍຊຸດ. ພ້ອມນີ້, ຍັງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ແຜນກວດກາ ແລະ ສະກັດກັ້ນສິນຄ້າດັ່ງກ່າວ ເປັນແຕ່ໄລຍະ, ຈະໄດ້ນຳເອົາບັນດາແຈ້ງການ, ຄຳສັ່ງແນະນຳ ຂອງຫົວໜ້າພະແນກ ລົງເຊື່ອມຊຶມໃຫ້ ຫົວໜ່ວຍທຸລະກິດໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມອີກ.
Editor: ລາວອັບເດດ