ໃນລະຫວ່າງວັນທີ 14–20 ທັນວາ 2017 ທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈະໄດ້ຈັດງານບຸນກິນຈຽງຂອງເຜົ່າມົ້ງ ຂຶ້ນເປັນຄັ້ງທຳອິດ ແລະ ຕໍ່ຍອດສູ່ປີຕໍ່ໆໄປ ເພື່ອຈະເຮັດໃຫ້ງານບຸນດັ່ງກ່າວເປັນບຸນປະເພນີປະຈຳປີຂອງເມືອງນາຊາຍທອງ.
ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ເປີດເຜີຍກັບຜູ້ສື່ຂ່າວເມືອງລາວວັນນີ້ ວ່າ: ສຳລັບ ການຈັດງານບຸນກິນຈຽງໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດທີ່ຈະຈັດຂຶ້ນຢູ່ສວນແຫ່ງນີ້ ພາຍຫຼັງທີ່ໄດ້ເປີດບໍລິການໃຫ້ກັບນັກທ່ອງທ່ຽວມາປະມານ 8 ເດືອນ ເຊິ່ງເຫດຜົນທີ່ຈັດງານບຸນກິນຈຽງຂຶ້ນຢູ່ສວນພຶກສາ ກໍ່ເພື່ອອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊົນເຜົ່າມົ້ງ ເວົ້າລວມ ກໍ່ຄືຂອງຊາດລາວເຮົາໃຫ້ຄົງຢູ່ກັບຄົນລາວຕໍ່ໄປ, ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ 2018 ໃນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນສວນ, ອີກຢ່າງໜຶ່ງແມ່ນເພື່ອເຮັດໃຫ້ພະນັກງານ ແລະ ປະຊາຊົນຢູ່ໃນເຂດນັ້ນ ໄດ້ຮ່ວມກິດຈະກຳປະເພນີທີ່ເຄີຍໄດ້ເຮັດມາໃນແຕ່ລະປີ ໂດຍທີ່ບໍ່ຕ້ອງໄປບ່ອນອື່ນ.
ສະນັ້ນ, ເພື່ອເຮັດໃຫ້ການຈັດງານບຸນຄັ້ງນີ້ ມີຄວາມຍິ່ງໃຫຍ່ອະລັງການ ທາງສວນແມ່ນໄດ້ຈັດພື້ນທີ່ໄວ້ສຳລັບຈັດງານ 2 ເຮັກຕາ ເຊິ່ງມີຫຼາກຫຼາຍກິດຈະກຳພາຍໃນງານ ເຊັ່ນ: ເວທີສະແດງສິລະປະຂອງຊົນເຜົ່າມົ້ງທຸກໆມື້, ມີການແຂ່ງຂັນກີລາຊົນງົວ, ເຕະບານ, ຍິງໜ້າເກັກ, ຕີໝາກຂ່າງ, ໂຍນໝາກຄອນ ແລະ ກິດຈະກຳອື່ນໆອີກ. ນອກຈາກນີ້, ກໍ່ຍັງໄດ້ມີການຈັດງານຕະຫຼາດນັດໄວ້ໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ, ມີການສະແດງຄອນເສີດຂອງສິລະປິນທີ່ມີຊື່ສຽງຂອງເຜົ່າມົ້ງ, ມີນາງສາວເຜົ່າມົ້ງ, ນາງສາວກະສິກຳ, ນາງສາວນະຄອນຫຼວງວຽງຈັນ ແລະ ຊາຍງາມ ເຂົ້າມາຮ່ວມປະກອບສ່ວນໃນງານເພື່ອສ້າງສີສັນພາຍໃນງານໃຫ້ມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.
ສຳລັບ ເປົ້າໝາຍໃນການຈັດງານໃນຄັ້ງທຳອິດນີ້ ທ່ານ ພູວົງ ບອກວ່າ: ພວກເຮົາຈະບໍ່ໄດ້ຄາດໝາຍສູງປານໃດໃນການຕອບຮັບ, ແຕ່ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາຊົມໃນງານບໍ່ຕ່ຳກວ່າ 10 ພັນຄົນ ໂດຍປີໜ້າເພິ່ນຍັງໄດ້ຄາດການໄວ້ວ່າຈະຈັດງານບຸນກິນຈຽງໃຫ້ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ເປັນຈຸດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.
ການຈັດງານແມ່ນເພິ່ນຈະບໍ່ໄດ້ເກັບປີ້ເຂົ້າຊົມ ເຊິ່ງນອກຈາກທ່ານຈະໄດ້ຮູ້ຈັກປະເພນີອັນດີງາມຂອງຊົນເຜົ່າມົ້ງແລ້ວ ຍັງຈະໄດ້ທ່ຽວຫຼິ້ນສວນທີ່ເພິ່ນໄດ້ຕົກແຕ່ງໄວ້ຢ່າງສວຍງາມ ບໍ່ວ່າຈະເປັນສວນດອກໄມ້, ສວນດອກຕາເວັນ, ສວນສະຕໍເບີຣີ, ສວນຜັກປອດສານພິດ ແລະ ອື່ນໆ ພ້ອມກັບກິດຈະກຳຕ່າງໆເພື່ອໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບເກັບພາບບັນຍາກາດທີ່ສວຍງາມກັບບ້ານນຳອີກ.
Editor: ຕະວັນ ແສງສະຫວັນ