ເພື່ອເປັນການຊ່ວຍເຫຼືອ ຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ (ນ້ໍາຖ້ວມ) ໃຫ້ທ່ວງທັນສະພາບ ໃນບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ທີ່ໄດ້ຮັບຜົນກະທົບຈາກພະຍຸ.
ດັ່ງນັ້ນ ໃນວັນທີ 6 ທັນວາ 2017 ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີ 2 ພາກສ່ວນ ຄື: ຈາກກະຊວງການຕ່າງໆປະເທດ ແລະ ຈາກ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ນໍາເອົາເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນຫນຶ່ງ ມາມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພທຳມະຊາດ.
ຊຶ່ງຕາງໜ້າກະຊວງການຕ່າງປະເທດ ກ່າວມອບໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ມອບເປັນເງິນຈຳນວນ 62,289,000 ກີບ ແລະ ຕ່າງໜ້າ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ກ່າວມອບໂດຍ ທ່ານ ພັນເອກ ບຸນເຫຼືອ ໄຊຍະເພັນ, ຫົວໜ້າຫ້ອງການເມືອງ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ມອບເງິນຈຳນວນ 14,112,000 ກີບ ພ້ອມເຄື່ອງອຸປະໂພກ ແລະ ເຄື່ອງນຸ່ງຫົມ ຈຳນວນໜຶ່ງ.
ໂດຍມອບຜ່ານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊວ່ຍເຫຼືອຕໍ່ໃຫ້ກັບຜູ້ປະສົບໄພພິບັດດັ່ງກ່າວ; ແລະ ກ່າວຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ,
ພ້ອມນີ້ ທ່ານ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ພັກ-ລັດຖະບານ ແລະ ພາກສ່ວນກຽ່ວຂ້ອງ ທັງສອງກະຊວງ ທີ່ໄດ້ພ້ອມກັນບໍລິຈາກເງິນຊ່ວຍເຫຼືອ ປະຊາຊົນ ຜູ້ຖືກເຄາະຮ້າຍຈາກໄພພິບັດ ແລະ ຈະຂໍນຳເອົາເງິນຈຳນວນດັ່ງກ່າວໄປຊ່ວຍເຫຼືອໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກໄພພິບັດຈາກທຳມະຊາດໃນຂັ້ນຕໍ່ໄປ.
Editor: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ