ພິທີໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 7 ທັນວາ ຢູ່ທີ່ບ້ານພູລັງຈັງ ກຸ່ມພູສູງ ເມືອງພູຄູນ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ພະນິນທອງ ຮອງເຈົ້າເມືອງພູຄູນ, ທ່ານ ສີຈັນ ຄຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຕາງຫນ້າບໍລິສັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ເຊັງ ຄະນະພັກບ້ານ ໄດ້ຂື້ນຜ່ານບົດລາຍງານການກໍ່ສ້າງ ໂຮງຮຽນປະຖົມ ບ້ານພູລັງຈັງ ເຊິ່ງໄດ້ໃຫ້ຮູ້ວ່າ: ອາຄານຮຽນດັ່ງກ່າວນີ້ ແມ່ນເລີ່ມຕົ້ນກໍ່ສ້າງໃນວັນທີ 10 ມິຖຸນາ 2017 ແລະ ສໍາເລັດລົງໃນວັນທີ 10 ກັນຍາ 2017 ໂດຍບໍລິສັດເປັນຜູ້ຮັບເໝົາ ອາຄານດັ່ງກ່າວ ເປັນອາຄານຊັ້ນດຽວ ກວ້າງ 8 ແມັດ, ຍາວ 21 ແມັດ, ສູງ 5,5 ແມັດ, ປະກອບມີ 3 ຫ້ອງ ແລະ ມີຫ້ອງນໍ້ານອກ 2 ຫ້ອງ ພ້ອມທັງອຸປະກອນຮັບໃຊ້ການສຶກສາຈໍານວນໜຶ່ງ ລວມມູນຄ່າ ໃນການກໍ່ສ້າງທັງໝົດ 300 ລ້ານກວ່າກີບ ໂດຍການສົມທົບທຶນຮ່ວມກັນ ລະຫວ່າງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ປະຊາຊົນພາຍໃນບ້ານ.
ໃຫ້ກຽດຂື້ນກ່າວມອບອາຄານຮຽນດັ່ງກ່າວໂດຍ ຕ່າງໜ້າບໍລິສັດ ແລະ ກ່າວຮັບໂດຍ ທ່ານ ສີຈັນ ຄຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມນີ້ທ່ານຍັງໄດ້ກ່າວມອບອາຄານຮຽນ ໃຫ້ອຳນາດການປົກຄອງບ້ານ ແລະ ຄູ-ອາຈານ ບ້ານພູລັງຈັງ ເປັນຜູ້ຄຸ້ມຄອງນໍາໃຊ້ ໃຫ້ມີຜົນປະໂຫຍດສູງສຸດ ໃນການ ຮຽນ-ການ ກໍຄືການພັດທະນາຊັບພະຍາກອນມະນຸດ ແລະ ພັດທະນາລູກຫຼານ ໃຫ້ມີຄວາມຮູ້ຄວາມສາມາດໃນອະນາຄົດ ແລະ ຮຽກຮ້ອງມາຍັງ ອຳນາດການປົກບ້ານ, ຄູ-ອາຈານ ຈົ່ງພ້ອມກັນປົກປັກຮັກສາອຸປະກອນຕ່າງໆ ແລະ ອາຄານຮຽນຫຼັງນີ້ ໃຫ້ສາມາດນຳໃຊ້ໄດ້ຢ່າງຍາວນານ.
Editor: ກຳປານາດ ລັດຖະເຮົ້າ