ໃນຕອນເຊົ້າວັນທີ 6 ທັນວາ 2017 ນີ້ ຢູ່ທີ່ໂຮງຮຽນປະຖົມສົມບູນຄຸ້ມຈະກໍາລິດ ເມືອງ ທ່າແຕງ ແຂວງ ເຊກອງ ໄດ້ຈັດພິທີມອບ-ຮັບ ໂຄງການສ້ອມແປງເສັ້ນທາງດິນແດງ ຄຸ້ມຈະກໍາລິດ ແລະ ບ້ານ ວາງໃໝ່, ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ມີທ່ານ ບົວໄຂ ໄຊຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົງເມືອງທ່າແຕງ, ມີພະແນກການກ່ຽວຂ້ອງ ຂັ້ນແຂວງ-ເມືອງ ແລະ ພະນັກງານວິຊາການ ພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.
ໃນພິທີ ທ່ານ ບົວໄຂ ໄຊຍະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົງ ເມືອງທ່າແຕງ ເຊິ່ງເປັນເຈົ້າຂອງໂຄງການ ໄດ້ກ່າວວ່າ: ໂຄງການສ້ອມແປງເສັ້ນທາງດັ່ງກ່າວເປັນໂຄງການສ້ອມແປງເສັ້ນທາງໄພພິບັດ, ໂດຍໄດ້ຮັບທືນສະໜັບສະໜູນຈາກພາກລັດ ຮ່ວມກັບ ເຈົ້າຂອງໂຄງການໂດຍສະເພາະ ຫ້ອງການໂຍທາທິການ ແລະ ຂົນສົງເມືອງ ທ່າແຕງ ແລະ ບໍລິສັດ ເຊິງມີມູນຄ່າກໍ່ສ້າງທັງໝົດ 271 ລ້ານກວ່າກີບ, ເຊິ່ງເສັ້ນທາງດິນແດງ ຄຸ້ມບ້ານ ຈະກໍາລິດ ແລະ ບ້ານວາງໃໝ່ນີ້ ເປັນເສັ້ນທາງສ້ອມແປງຟື້ນຟູທາງເກົ່າແຕ່ແຍກເສັ້ນທາງທາງ 16 E ເຊິ່ງເລີ່ມແຕ່ບ້ານ ໄໝລິດສໍາພັນ ໄປຫາຄຸ້ມບ້ານ ຈະກໍາລິດ ແລະ ບ້ານວາງໃໝ່ ມີຄວາມຍາວ ທັງໝົດ 3 ພັນແມັດ, ກວ້າງ 6 ແມັດ,ໂຄງການດັ່ງກ່າວ ໄດ້ເລີມລົງມືສ້ອມແປງ ມາແຕ່ວັນທີ 4 ພະຈິກ 2017 ແລະ ໄດ້ສໍາເລັດໃນວັນທີ 26 ພະຈິກ 2017 ມາຮອດປະຈຸບັນໂຄງການດັ່ງກ່າວແມ່ນ ສຳເລັດ100% ເຊິ່ງປະຕິບັດຕາມແບບຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຫຼັກການມາດຖານການປະຕິບັດຕາມແບບກຳນົດຂອງໂຄງການວາງອອກຢ່າງເຂັ້ມງວດ.
ຈາກນັ້ນ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ໄດ້ໃຫ້ກຽດ ກ່າວມອບເສັ້ນທາງດັ່ງກ່າວ ໃຫ້ອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນ ຈົ່ງນໍາໃຊ້ເສັ້ນທາງໃຫ້ເກີດປະໂຫຍດຢ່າງສູງ ພ້ອມນີ້ທ່ານຍັງໄດ້ສະແດງຍ້ອງຍໍຊົມເຊີຍ ມາຍັງເຈົ້າຂອງໂຄງການພ້ອມພາກສວນກ່ຽວຂ້ອງ ທີ່ໄດ້ນໍາເອົາທືນມາພັດທະນາພຶື້ນຖານໂຄງລ່າງ ເພື່ອເຮັດໃຫ້ປະຊາຊົນໄດ້ມີການໄປມາຫາສູ່ຢ່າງສະດວກສະບາຍ, ພ້ອມເນັ້ນໃຫ້ອົງການປົກຄອງບ້ານ ຈົ່ງປົກປັກຮັກສາເສັ້ນທາງ ໃຫ້ຍືນຍົງຕະຫຼອດໄປ.
Editor: ກຳປານາດ ລັດຖະເຮົ້າ