ເພື່ອເປັນການຕ້ອນຮັບປີທ່ອງທ່ຽວລາວ ແລະ ສ້າງໃຫ້ ສວນນໍ້າພຸ ໃຫ້ມີຄວາມໂດດເດັ່ນ ແລະ ເປັນອີກໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ເປັນເອກກະລັກໃນ ນະຄອນຫຼວງວຽງຈັນ ທ່ານ ນ. ດາລຸນີ ພູມມະສັກ ເຈົ້າຂອງ ສວນນໍ້າພຸ ໄດ້ໃຫ້ຮູ້ວ່າ: ໃນປັດຈຸບັນ ສວນອາຫານນໍ້າພຸ ແມ່ນເປີດໃຫ້ບໍລິການແລ້ວ ຫລັງຈາກທີ່ໄດ້ມີການປັບປຸງ ໃນໄລຍະຜ່ານມາ ສໍາລັບແນວຄວາມຄິດ ໃນການປັບປຸງສວນນໍ້າພຸ ແມ່ນເພື່ອພັດທະນາຮູບແບບຈາກ ຮ້ານອາຫານ ເຊິງແຕ່ກ່ອນແມ່ໃສ່ຊື່ຮ້ານ ມິກ ໃຫ້ມີຄວາມເປັນສວນຫລາຍຂື້ນ ແລະ ເຮັດໃຫ້ມີຄວາມສວຍງາມ ເປັນສວນສາທາລະນະ ທີ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ສາມາດມານັ່ງຜັກຜ່ອນໄດ້ ໂດຍບໍ່ຕ້ອງມີຄ່າໃຊ້ຈ່າຍໃດໆ, ສວນນໍ້າພຸ ຕັ້ງຢູ່ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຖືວ່າເປັນຈຸດໃຈກາງຂອງ ນະຄອນຫຼວງວຽງຈັນ ຈຶ່ງຢາກເຮັດໃຫ້ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ມີສີສັນ ເປັນໄຮໄລ ແລະ ໃບຫນ້າໃບຕາ ໃຫ້ແກ່ນະຄອນຫຼວງວຽງຈັນ.
ການປັບປຸງແມ່ນໄດ້ເພີ່ມສີສັນ ເຮັດໃຫ້ມີຄວາມໂດດເດັ່ນ, ແປກໃຫມ່ ແລະ ໄດ້ສ້າງຫໍໂມງທີ່ມີຂະຫນາດໃຫຍ່ ພ້ອມກັບຕົບແຕ່ງນໍ້ພຸໃຫ້ມີຄວາມສວຍງາມກວ່າເກົ່າ ແນ່ນອນວ່າຈະສາມາດສ້າງຄວາມສົນໃຈ ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ນະຄອນຫຼວງວຽງຈັນ ບໍ່ຫລາຍກໍ່ຫນ້ອຍ, ສໍາລັບສວນອາຫານນໍ້າພຸ ແມ່ນໄດ້ແບ່ງອອກ 4 ສ່ວນຄື: ສ່ວນທີ່ໃຫ້ບໍລິການ ອາຫານຍີ່ປຸ່ນ, ສ່ວນທີ່ເປັນບາ, ສ່ວນທີ່ໃຫ້ບໍລິການແບບທົ່ວໄປ ແລະ ສ່ວນທີ່ເອີ້ນວ່າປາກ ເຊິງລູກຄ້າສາມາດເລືອກໃຊ້ບໍລິການໄດ້ຕາມໃຈ, ການປັບປຸງໃນຄັ້ງນີ້ໃຊ້ເວລາ 3 ເດືອນ ແລະ ໃຊ້ງົບປະມານເຖິງ 3 ຕື້ກີບ, ເພື່ອຈະເນັ້ນໃຫ້ເປັນບ່ອນທ່ອງທ່ຽວ ໃຫ້ພໍ່ແມ່ປະຊາຊົນ ທຸກເພດ - ທຸກໄວ ເຂົ້າມາເຮັດກິດຈະກໍາຫຼາຍຂື້ນ ແລະ ໃນອານາຄົດ ສວນນໍ້າພຸ ກໍຈະພັດທະນາໄປເລື່ອຍໆ ເພື່ອໃຫ້ແທດເໝາະກັບຍຸກສະໃຫມ ແລະ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ