ໃນວັນທີ 5 ທັນວາ 2017 ນີ້ແຂວງວຽງຈັນໄດ້ຈັດພິທີຖະແຫລງຂ່າວເປີດປີ ທ່ອງທ່ຽວລາວ 2018 ຂຶ້ນຢູ່ທີ່ ສູນວັດທະນະທຳ ແຂວງວຽງຈັນ ໂດຍການເປັນກຽດຖະແຫລງ ຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ ທັງເປັນປະທານການຈັດງານປີທ່ອງທ່ຽວລາວ 2018 ທີ່ແຂວງວຽງຈັນ, ເຂົ້າຮ່ວມມີບັນດາຄະນະກໍາມະການຈັດງານປີທ່ອງທ່ຽວລາວ 2018 ທີ່ ແຂວງວຽງຈັນ,ມີບັນດານັກທຸລະກິດປະກອບການທ່ອງທ່ຽວ, ຮ້ານອາຫານ, ການບໍລິການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ ທັງເປັນປະທານການຈັດງານປີທ່ອງທ່ຽວລາວ 2018 ທີ່ແຂວງວຽງຈັນ ໄດ້ກ່າວຖະແຫລງວ່າ: ສປປ ລາວໄດ້ຈັດປີທ່ອງທ່ຽວລາວຂຶ້ນແລ້ວ 2 ຄັ້ງໃນປີ 1999-2000 ແລະ ປີ 2011-2012 ເພື່ອເປັນການສົ່ງເສີມໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ອງທ່ຽວແຂວງວຽງຈັນຫລາຍຂຶ້ນ.ເພື່ອເຫັນໄດ້ທ່າແຮງໃນການພັດທະນາວຽກງານການທ່ອງທ່ຽວພັກ ແລະ ລັດຖະບານ ກໍຄື ການນຳຂອງ ແຂວງວຽງຈັນ ຈຶ່ງໄດ້ອະນຸມັດໃຫ້ຈັດປີທ່ອງທ່ຽວລາວ 2018 ຂຶ້ນ ພ້ອມກັບບຸນກິນຈຽງຂອງເຜົ່າມົ້ງ ຫລັກ 52 ໃນວັນທີ 20-24 ທັນວາ 2017 ເຊິ່ງກິດຈະກຳປີທ່ອງທ່ຽວລາວ 2018 ແຂວງວຽງຈັນ ມີ 11 ກິດຈະກຳຄື: ບຸນແຫ່ຜາສາດເງິນ, ບຸນພຣະທາດດອນແກ້ວ, ບຸນກິນຈຽງເຜົ່າມົ້ງຫລັກ 52, ບຸນພຣະເຫວດ, , ບຸນປີໃຫມ່ລາວ, ແຫ່ນາງສັງຂານ ເມືອງວັງວຽງ, ບຸນບັ້ງໄຟ, ບຸນຖວຍຜາທໍ່ຫນໍ່ຄຳ ສາມໝື່ນ ເມືອງເຟືອງ, ບຸນເຜົ່າອີມຽນ, ບຸນພຣະເວດວັດໃຫຍ່ຜາຫົດ, ບຸນບັ້ງໄຟ, ບຸນຊ່ວງເຮືອນ້ຳແມດ ແລະ 11 ງານເທດສະການອື່ນໆໃນ 12 ເດືອນ. ສ່ວນກິດຈະກໍາໃນງານເປີດປີທ່ອງທ່ຽວ 2018 ແລະ ງານບຸນກິນຈຽງຫຼັກ 52 ມີ 10 ກິດຈະກຳ ການສະແດງວັດທະນະທຳໂຊຊຸດແຕ່ງກາຍ 3 ຊົນເຜົ່າ, ການສະແດງຟ້ອນລາຍງ້າວ, ການເຕັ້ນບັດສະຫລົບ, ກິດຈະກຳຍິງຫນ້າເກັກ, ກິດຈະກຳຕີຫມາກຄ່າງ, ກິດຈະກຳ ງົວຊົນງົວ, ກິດຈະກຳ ໂຍນຫມາດຄອນ, ກິດຈະກຳການສະແດງສິນລະປະຊົນເຜົ່າ, ກິດຈະກຳວາງສະແດງສິນຄ້າ ໂອດ໋ອບ ແລະ ວາງສະແດງສິນຄ້າອື່ນໆ ແລະ ກິດຈະກໍາປະເພດກິລາຕ່າງໆ.
ໃນວາລະ ທີ 2 ຂອງການຖະແຫລງຂ່າວຍັງໄດ້ ພ້ອມກັນປຶກສາຫາລືກ່ຽວກັບ ການກະກຽມຄວາມພ້ອມທາງດ້ານຕ່າງໆ ໃນການຈັດງານເປີດປີທ່ອງທ່ຽວລາວ 2018 ຂອງແຂວງວຽງຈັນ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ການຈັດງານໃນເທື່ອນີ້ໃຫ້ໄດ້ຮັບຫມາກຜົນຕາມລະດັບຄາດຫມາຍທີ່ວາງໄວ້. ກິດຈະກໍາໃນປີທ່ອງທ່ຽວລາວ 2018 ທີ່ຈະໄດ້ຈັດຂຶ້ນໃນແຕ່ລະແຂວງ ມີທັງຫມົດ 18 ກິດຈະກຳໃນທົ່ວປະເທດຄື: ບຸນປີໃຫມ່ຊົນເຜົ່າກຶມມຸ ແຂວງ ອຸດົມໄຊ, ງານບຸນເສົາຫລັກເມືອງ 10 ຊົນເຜົ່າ ແຂວງ ເຊກອງ, ບຸນພຣະບາດໂພນສັນ ແຂວງ ບໍລິຄໍາໄຊ, ບຸນຊົນເຜົ່າ ແຂວງ ຫລວງນໍ້າທາ, ງານເທດສະການດອກງີ້ວບານ ແຂວງ ບໍແກ້ວ, ບຸນຊ້າງ ແຂວງ ໄຊຍະບູລີ, ບຸນວັດພູ ແຂວງ ຈໍາປາສັກ, ບຸນພຣະທາດສີໂຄດ ແຂວງ ຄຳມ່ວນ, ບຸນປີໃຫມ່ລາວ ແຂວງ ຫລວງພະບາງ, ງານສະເຫລີມສະຫລອງແກ້ວຫລັກເມືອງ ແລະ ທ່ຽວຊົມຖ້ຳທ່ານຜູ້ນຳ ແຂວງ ຫົວພັນ, ງານບຸນຊ່ວງເຮືອ ແຂວງ ສາລະວັນ, ບຸນນະມັດສະການພະທາດຫລວງວຽງຈັນ, ບຸນຊ່ວງເຮືອ ເມືອງ ຂວາ ແຂວງຜົ້ງສາລີ, ບຸນພະທາດອີງຮັງ ແຂວງ ສະຫວັນນະເຂດ, ບຸນກິນຈຽງ ແຂວງ ຊຽງຂວາງ, ບຸນກິນຈຽງ ຫລັກ 52 ແຂວງ ວຽງຈັນ, ບຸນກິນຈຽງ ແຂວງ ໄຊສົມບູນ ແລະ ງານນະມັດສະການ ພະເຈົ້າໄຊເສດຖາ ແຂວງ ອັດຕະປື.
Editor: ກຳປານາດ ລັດຖະເຮົ້າ