ເພື່ອເປັນການຊ່ວຍເຫຼືອ ໃຫ້ກັບຜູ້ທີ່ຖືກເຄາະຮ້າຍ ຈາກໄພພິບັດທາງທຳມະຊາດ ( ນ້ຳຖ້ວມ ) ໃຫ້ທ່ວງທັນສະພາບ ໃຫ້ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ທີໄດ້ຮັບຜົນກະທົບຈາກພະຍຸ, ໃນວັນທີ 6 ທັນວາ 2017ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີ 2 ພາກສ່ວນ ຄື: ຕາງໜ້າກ່າວມອບໂດຍ ທ່ານ ແສງເພັດ ຮຸ່ງບຸນຍອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ມອບເປັນເງິນຈໍານວນ 62 ລ້ານກວ່າກີບ ແລະ ຕ່າງໜ້າ ໂດຍ ທ່ານ ພັນໂທ ວັນໄຊ ຄຳພາວົງ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ມອບເງິນຈໍານວນ 14 ກວ່າກີບ ພ້ອມເຄື່ອງອຸປະໂພກ ແລະ ເຄື່ອງນຸ່ງຫົມ ຈຳນວນໜຶ່ງ, ໄດ້ຮີບໂຮມຮ່ວມກັນບໍລິຈາກຊ່ວຍເຫຼືອປະຊາຊົນລາວ ຜູ້ຖືກເຄາະຮ້າຍຈາກພະຍຸດັ່ງກ່າວ ນຳມາມອບໃຫ້ກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊວ່ຍເຫຼືອຕໍ່ໃຫ້ກັບຜູ້ປະສົບໄພພິບັດດັ່ງກ່າວ; ກ່າວຮັບໂດຍ ທ່ານ ນ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ພ້ອມນີ້ ທ່ານ ຮອງລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ພັກ-ລັດຖະບານ ແລະ ພາກສ່ວນກຽ່ວຂ້ອງ ສອງກະຊວງ ທີ່ໄດ້ພ້ອມກັນບໍລິຈາກເງິນຊ່ວຍເຫຼືອ ປະຊາຊົນຜູ້ຖືກເຄາະຮ້າຍ ຈາກໄພພິບັດ ແລະ ຈະນຳເອົາເງິນຈຳນວນດັ່ງກ່າວ ເຂົ້ານຳໄປຊ່ວຍເຫຼືອໃຫ້ແກ່ຜູ້ປະສົບເຄາະຮ້າຍ ຈາກໄພພິບັດຈາກທຳມະຊາດ, ພ້ອມນັ້ນ ທ່ານຍັງຮຽກຮ້ອງເຖິ່ງພາກສວ່ນຕ່າງໆ ຮ່ວມກັນບໍລິຈາກເງິນ ແລະ ວັດຖຸສິ່ງຂອງ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ຕ່າງໆ ເພື່ອຊວ່ຍເຫຼືອໃຫ້ກັບຜູ້ປະສົບໄພທາງທຳມະຊາດ( ນ້ຳຖ້ວມ ແລະ ໄພໜາວ ) ກໍຄື ຟື້ນຟູບູລະນະພື້ນຖານໂຄງລ່າງ ຖະໜົນຫົນທາງ ແລະ ແນວພັນກະສິກຳ ເພື່ອໄປມອບໃຫ້ກັບປະຊາຊົນທີ່ຖືກຜົນກະທົບ.
ເຖິ່ງຢ່າງໃດກໍ່ຕາມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຍັງຕ້ອງການເງິນຊ່ວຍເຫຼືອຕື່ມອີກຈຳນວນຫລາຍ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ( ນ້ຳຖ້ວມ - ໄພໜາວ) ແລະ ເກັບໄວ້ເປັນຄັ້ງແຮສຸກເສີນ ເພື່ອຊ່ວຍເຫຼືອ ປະຊາຊົນໃນຄັ້ງຕໍ່ໄປໃຫ້ທັນການແລະ ທ່ວງທັນກັບສະພາບ.
Editor: ກຳປານາດ ລັດຖະເຮົ້າ