ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານ ແຫ່ງ ສປປລາວ, ໄດ້ຕ້ອນຮັບການຢ້ຽມຢາມ ແລະ ພົບປະ ຂອງ ທ່ານ ຊາງ ເຟິງ ຮອງລັດຖະມົນຕີ ກະຊວງ ອຸດສະຫາກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 3-6 ທັນວາ 2017 ນີ້.
ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະໃນຄັ້ງນີ້, ຖືວ່າເປັນການພົບປະຄັ້ງທໍາອິດ ຂອງສອງກະຊວງ ເພື່ອເປັນການປຶກສາຫາລື ເພີ່ມທະວີການຮ່ວມມືທາງດ້ານ ICT ຮອບດ້ານຂອງສອງຊາດ ສປປ ລາວ ແລະ ສປ. ຈີນ ກໍ່ຄືກະຊວງ ໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງ ອຸດສະຫາກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແຫ່ງ ສປ ຈີນ ເພື່ອຊຸກຍູ້ການຮ່ວມມືພັດທະນາວຽກງານຂະແໜງການ ICT ຂອງປະເທດ, ໂດຍສະເພາະ ໃນຄັ້ງນີ້, ທັງສອງຝ່າຍໄດ້ຮ່ວມລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) ເພື່ອເປັນບ່ອນອີງໃນການຮ່ວມມືໃນຕໍ່ໜ້າ. ໂດຍລັດຖະບານ ແຫ່ງ ສປປ ລາວ ກໍ່ຄື ລັດຖະບານ ແຫ່ງ ສາທານະລັດ ປະຊາຊົນ ຈີນ ໄດ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ຂອງບົດບາດວຽກງານ ໂທລະຄົມມະນາຄົມ ແລະ ICT ເພື່ອປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ພາຍໃນປະເທດ ແລະ ໃນລະດັບສາກົນ.
Editor: ກຳປານາດ ລັດຖະເຮົ້າ