ໃນວັນທີ 7 ທັນວາ 2017 ນີ້ ອົງການກາແດງລາວ ແລະ ສູນເລຶອດແຫ່ງຊາດ ໄດ້ພິທີສະຫລຸບຜົນງານການສ້າງກິດຈະກໍາບໍລິຈາກເລຶອດ ຮ່ວມກັບບໍລິສັດ ນິວຈີບເຊັງ ໃນການສ້າງຂະບວນການບໍລິຈາກເລຶອດ ຕ້ອນຮັບວັນຊາດ 2 ທັນວາ ຄົບຮອບ 42 ປີ, ພາຍໃຕ້ຄໍາຂວັນທີ່ວ່າ ໃຫ້ເລຶອດໃຫ້ຊີວິດ ເຊີ່ງກິດຈະກໍາດັ່ງກ່າວ ແມ່ນໄດ້ຈັດ ໃນທ້າຍເດືອນພະຈິກ ທີ່ຜ່ານມາ ແລະ ສາມາດ ຮັບເລືຶດໄດ້ທັງໝົດ 609 ຖົງ ເຊີ່ງເປັນຈໍານວນຫລາຍ ແລະ ມີຄວາມສໍາຄັນທີ່ສຸດ.
ໃນພິທີດັ່ງກ່າວນີ້ ເຂົ້າຮ່ວມມີ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ ດຣ. ຂັນໄຊ ກຽດສີທະນາກອນ ປະທານກຸ່ມ ບໍລິສັດ ນິວຈີບເຊັງ ຈໍາກັດ, ພ້ອມນີ້ ຍັງມີຮອງປະທານ, ແລະ ທ່ານຫົວຫນ້າສູນເລືອດແຫ່ງຊາດ, ບັນດາແຂກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ
ກິດຈະກໍາບໍລິຈາກເລືອ ທີ່ທາງອົງການກາແດງລາວ, ສູນເລືອດແຫ່ງຊາດ ຮ່ວມກັບ ບໍລິສັດ ນິວຈີບເຊັງ ແລະ ບັນດາຕົວແທນຈໍາຫນ່າຍ ໄດ້ຈັດກິດຈະກໍາບໍລິຈາກເລຶອດ ພາຍໄຕ້ຄໍາຂວັນ ໃຫ້ເລືຶອດ ໃຫ້ຊີວິດ ເຊີ່ງກິດຈະກໍາດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ກາງເດືອນພະຈິກ ເຖິງ ທ່າຍເດືອນພະຈິກ 2017 ທີ່ຜ່ານມາ, ໂດຍມີຜູ້ເຂົ້າຮ່ວມບໍລິຈາກ ທີ່ເປັນພະນັກງານ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນ ທີ່ເປັນສະມາຊິກຂອງບໍລິສັດ. ຈຸດປະສົງ ໃນການສ້າງກິດຈະກໍາດັ່ງກ່າວນີ້ ເພື່ອສ້າງຈິດສໍານຶກໃຫ້ແກ່ມວນຊົນ ເຂົ້າຮ່ວມໃນການບໍລິຈາກເລືອດ ຢ່າງກວ້າງຂວາງ ແລະ ເລືອດທີ່ໄດ້ ແມ່ນຈະໂືກນໍາໄປຊ່ວຍເຫລືອແກ່ຄົນເຈັບ-ຄົນປ່ວຍ ຕາມໂຮງຫມໍ ທີ່ກໍາລັງປີ່ນປົວ ແລະ ກອບກູ້ເອົາຊີວິດຄົນເຈັບ ທີ່ຕ້ອງການເລຶອດ ໃນແຕ່ລະໂຮງຫມໍ. ພ້ອມກັນນັ້ນ ຍັງເປັນການປະກອບສ່ວນສ້າງຜົນງານ ຄໍານັບຮັບຕ້ອນ ວັນຊາດ 2 ທັນວາ ຄົບຮອບ 42 ປີ ແລະ ຍັງເປັນການສະເຫລີມສະຫລອງການສ້າງຕັ້ງ ບໍລິສັດ ນິວຈີບເຊັງ ຄົບຮອບ 25 ປີ.
ຜ່ານການສ້າງກິດຈະກໍາ ສາມາດສະຫລູບຕົວເລກໄດ້ ເຊີ່ງມີຜູ້ສະຫມັກບໍລິຈາກເລືອດ ທັງ ໝົດ 1,282 ຄົນ ແລະ ສາມາດໄດ້ເລືອດ ທັງໝົດ ຈໍານວນ 609 ຖົງ ເຊີ່ງເປັນເລືອດຈໍານວນຫລວງຫລາຍ ເປັນທີ່ພາກພູມໃຈຢ່າງສູງ. ກິດຈະກໍາດັ່ງກ່າວນັບວ່າເປັນຄັ້ງທໍາອິດ ທີ່ທາງ ບໍລິສັດ ນິວຈີບເຊັງ ໄດ້ຮ່ວມກັບອົງການກາແດງລາວ ຈັດຂື້ນ ຖດຍໄດ້ຮັບຜົນສໍາເລັດອັນດີງາມ. ທັງເປັນການສ້າງບຸນກຸສົນ ແກ່ເພື່ອນມະນຸດ ດ້ວຍກັນອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ