ເພື່ອສຶບຕໍ່ຜັນຂະຫຍາຍມະຕິຕ່າງໆຂອງພັກ - ຂອງຊາດໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ໜຶ່ງໃນນັ້ນກໍ່ຄືແຜນຍຸດທະສາດປັບປຸງລະບົບພື້ນຖານໂຄງລ່າງ ເພື່ອແນ່ໃສ່ພັດທະນາເສດຖະກິດ - ສັງຄົມ ລຶບລ້າງຄວາມທຸກຍາກຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າໃຫ້ຫຼຸດພົ້ນຈາກສະຖຽນນະພາບ ປະເທດດ້ອຍພັດທະນາໃນປີ 2020. ມາໃນວັນທີ 5 ທັນວາ 2017 ນີ້ ທ່ານ ປ.ອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫ່ວລົງຕິດຕາມກວດກາໂຄງການຟື້ນຟູ ແລະ ຍົກລະດັບຂົວຂ້າມແມ່ນ້ຳເຊ ຢູ່ທີ່ຈຸດຂ້າມແມ່ນ້ຳເຊໂດນ, ບ້ານພັດທະນາດອນແຊ ເມືອງຊະນະສົມບູນ, ແຂວງຈຳປາສັກ. ເຊີ່ງໃຫ້ກຽດຕ້ອນຮັບ ພ້ອມທັງນຳພາຄະນະໃນຄັ້ງນີ້ຂອງ ທ່ານ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ.
ການກໍ່ສ້າງຂົວຂ້າມແຫ່ງດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍເປັນຕົ້ນແມ່ນເຂົ້າໃນການຊຸກຍູ້ສົ່ງເສີມພັດທະນາເສດຖະກິດ - ສັງຄົມຂອງເມືອງ ຖ້າຫາກສໍາເລັດກໍ່ສາມາດເຊື່ອມຕໍ່ເອື້ອອຳນວຍຄວາມສະດວກໃນການໄປມາຫາສູ່,ແລກປຽ່ນສີນຄ້າ ໃຫ້ກັບພໍ່ແມ່ປະຊາຊົນ ລະຫວ່າງ ບ້ານຕໍ່ບ້ານ ທີ່ນອນຢູ່ໃນກຸ່ມ 1 ວັງເວີນເມືອງຊະນະສົມບູນ ແລະ ຍັງມີເມືອງບາຈຽງຈະເລິນສຸກ ພ້ອມທັງ ເມືອງເຫຼົ່າງາມ, ແຂວງສາລະວັນ ອິກດ້ວຍ.ເຊີ່ງຂົວຂ້າມແຫ່ງນີ້ແມ່ນໄດ້ຮັບທຶນການກໍ່ສ້າງຈາກກອງທຶນບູລະນະຮັກສາ ແລະ ສ້ອມແປງທາງຫຼວງທ້ອງຖີ່ນ ປະຈຳສົກປີ 2017 ຂອງກະຊວງໂຍທາທິການ ແລະ ຂົນສົ່ງມອບໃຫ້ແຂວງເພື່ອຈັດຕັ້ງປະຕິບັດ ລວມມູນຄ່າ 16 ຕື້ກວ່າກີບ,ໂດຍແມ່ນບໍລິສັດ KSP ຈະເລີນຊັບກໍ່ສ້າງຂົວທາງເປັນຜູ້ຮັບເໝົາກໍ່ສ້າງ ໄດ້ເລີ່ມມາແຕ່ປີ 2017, ເຊີ່ງມີຄວາມຍາວ 145 ແມັດ, ກວ້າງ 6 ແມັດ, ປັດຈຸບັນພວມກຳລັງລົງມື່ກໍ່ສ້າງສາມາດປະຕິບັດໄດ້ 21 % ຄາດຄະເນອິງຕາມສັນຍາ ຂອງບໍລິສັດໃຫ້ສຳເລັດພາຍໃນ 3 ປີ.
ພ້ອມດຽວກັນນີ້ທ່ານເຈົ້າແຂວງໆຈຳປາສັກ ແລະ ຄະນະຍັງໄດ້ສຶບຕໍ່ເຄື່ອນໄຫວລົງຕິດຕາມກວດກາໂຄງການກໍ່ສ້າງເສັ້ນທາງປູຢາງ ບ້ານໃຫ່ຍພັດທະນານາຫຼົ້ງ ເມືອງຊະນະສົມບູນ ແຂວງຈຳປາສັກ ເຊີ່ງໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານແຫ່ງ ສປປ ລາວ ມູນຄ່າ 33,9 ຕື້ກີບ, ຮັບເໝົາກໍ່ສ້າງບໍລິສັດ ມະນານະຄອນກຸຣບ ພ້ອມທັງເຊັນສັນຍາໃນການກໍ່ສ້າງພາຍໃນໄລຍະເວລາ 3 ປີ ໃຫ້ສຳເລັດ ເຊີ່ງໄດ້ເລີ່ມລົງມືການກໍ່ສ້າງມາແຕ່ຕົ້ນປີ 2017 ກໍ່ຄືກໍ່ສ້າງແຕ່ແຍກເສັ້ນທາງຫຼວງເລກທີ 13 ໃຕ້ເຂົ້າໄປຫາບ້ານໃຫ່ຍພັດທະນານາຫຼົ້ງ - ຈົນເຖີງບ້ານໂສໂລນ້ອຍ ທີ່ມີຄວາມຍາວ 11 ກວ່າກິໂລແມັດ, ລັກສະນະເປັນເສັ້ນທາງປູຢ່າງ 2 ຊັ້ນ, ກວ້າງ 7 ແມັດ. ປັດຈຸບັນທາງບໍລິສັດພວມກຳລັງຂຸ້ນຂ້ຽວເລັ່ງລົງມື ເຂົ້າໃນການກໍ່ສ້າງປະຕິບັດໄດ້ກວ່າ 30 ສ່ວນຮ້ອຍ
ຂ່າວຈາກເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ