ບໍລິສັດ ແອມວິຊ ຍູນີເທດ ຈໍາກັດ ປະເທດໄທ ໄດ້ຈັດງານເປີດໂຕຜະລິດຕະພັນອາຫານເສີມ sojung ພ້ອມທັງ ປີເຊັນເຕີ ກົບ ສຸວະນັນ ແລະ ບຣູດ ( ຄູ່ສາມີພັນລະຍາ ) ເຊີ່ງພິທີດັ່ງກ່າວ ໄດ້ຈັດຂື້ນທີ່ ສູນການຄ້າ ໃຈກາງ ກຸງເທບ ( ເຊັນທັນເວີ ) ປະເທດໄທ. ພາຍໃນງານ ໄດ້ມີແຂກທີ່ສໍາຄັນ ເຂົ້າຮ່ວມເປັນຈໍານວນຫລວງຫລາຍ ພ້ອມດ້ວຍລູກຄ້າ ແລະ ແພນຄຣັບ
ຜະລິດຕະພັນ ອາຫານເສີມ ໂຊຈັງ ( sojung ) ເປັນຜະລິດຕະພັນອາຫານເສີມແບບແຄບຊູນ ພາຍໃນປະກອບດ້ວຍນໍ້າມັນສົນ ເຂັມແດງສະກັດ ທີ່ນໍາເຂົ້າມາຈາກປະເທດ ສາທາລະນະລັດ ເກົາຫລີ, ຜ່ານຂະບວນການສະກັດໂດຍໃຊ້ອາຍນໍ້າ ທີ່ຊ່ວຍຄົງປະສິດທິພາບການທໍາງານຂອງນໍ້າມັນສົນເຂັມແດງ ໄວ້ເປັນຢ່າງດີ ເຊີ່ງປະຈຸບັນມີພຽງ ບໍລິສັດ ແອມວິຊ ຍູນິເທດ ຈໍາກັດ ພຽງເຈົ້າດຽວ ທີ່ໄດ້ຮັບລິຂະສິດໃນການນໍເຂົ້າ ແລະ ຈັດຈໍາຫນ່າຍພຽງຜູ້ດຽວ.
ທ່ານ ວິທິໄຊ ນໍາທັບຈະເລີນ ປະທານກໍາມະການ ບໍລິສັດ ແອມວິຊ ຍູນິເທດ ຈໍາກັດ ກ່າວວ່າ: ຜະລິດຕະພັນ sojung ເປັນແບຣນຮັກສາສຸຂະພາບ ທີ່ດີ ແລະ ໄດ້ຮັບຄວາມນິຍົມສູງ, ແລະ ຄາດວ່າ ຍັງຄົງເປັນກະແສໄປຍາວນານຕໍ່ເນື່ອງ ໂດຍສະເພາະໃນກຸ່ມຜູ້ໃຫຍ່ ແລະ ຄວບຄຸມໄປທຸກເພດໄວ. ຜະລິດຕະພັນ sojung ເປັນສິນຄ້າທີ່ຕອບໂຈດຄວາມຕ້ອງການຂອງຄົນຮັກສຸຂະພາບ, ທຸກເພດ-ທຸກໄວ ເພາະຜະລິດຕະພັນອາຫານເສີມ sojung ຖືເປັນອາຫານເສີມທີ່ຄວນໄດ້ຮັບປະທານ ເພື່ອເຮັດໃຫ້ອາຫານເສີມອື່ນໆ ທີ່ຮັບປະທານເຂົ້າໄປມີປະສິດທິພາບຫລາຍຂື້ນຢ່າງເຕັມທີ່.
ສໍາລັບຄຸນນະສົມບັດຂອງນໍ້າມັນສົນເຂັມແດງ ຈາກການວິໄຈພົບວ່າ: ມີສ່ວນໃນການລ້າງສານພິດ ຊ່ວຍໃນການສະຫລາຍໄຂມັນໃນເສັ້ນເລຶອດ ລວມທັງສິ່ງເສດເຫລືອຕ່າງໆທີ່ຢູ່ໃນເສັ້ນເລຶອດ, ຊ່ວຍເຮັດໃຫ້ລະບົບເລຶອດຫມູນວຽນດີຂື້ນ ເຮັດໃຫ້ສານອາຫານຕ່າງໆ ທີ່ເຮົາຮັບປະທານເຂົ້າໄປໃນແຕ່ລະມື້ ສາມາດດູດຊືມເຂົ້າຮ່າງກາຍ ແລະ ລະບົບເລຶອດດີຂື້ນ. ສານສະກັດຈາກ ນໍ້າມັນສົນເຂັມແດງ ເປັນໂຕຊ່ວຍທີ່ມີຄວາມສໍາຄັນຍິ່ງ ສໍາລັບການເບີ່ງແຍງດູແລສຸຂະພາບ ແລະ ນອກຈາກນີ້ ສານສະກັດຈາກນໍ້າມັນສົນເຂັມແດງ ຍັງຊ່ວຍປິນປົວພະຍາດເບົາຫວານ, ຄວາມດັນເລຶອດ, ຜູ້ທີ່ມີບັນຫາທາງດ້ານການນອນບໍ່ຫລັບ, ຜູ້ທີ່ມີອາການໄມເກນ, ຜູ້ສູບຢາ ຫລື ດື່ມເຫລົ້າ. ຜູ້ທີ່ມີບັນຫາທາງດ້ານລະບົບຂັບຖ່າຍບໍສະດວກ ພ້ອມນັ້ນຍັງຊ່ວຍໃນເລື່ອງຜິວພັນອີກດ້ວຍ
ທ່ານ ວິທິໄຊ ນໍາທັບຈະເລີນ ກ່າວຕື່ມວ່າ: ຜະລິດຕະພັນອາຫານເສີມ ໂຊຈັງ ຈະຊ່ວຍເຮັດໃຫ້ສຸຂະພາບຂອງຜູ້ບໍລິໂພກດີຂື້ນ, ດັ່ງນັ້ນ ທາງບໍລິສັດ ຈີ່ງໄດ້ເລືອກຄູ່ຮັກທີ່ມີຊື່ສຽງ ເຊັ່ນ: ບຣູດ ດົນນຸພົນ ແລະ ກົບ ສຸວະນັນ ໃນການມາເປັນປີເຊັນເຕີຜະລິດຕະພັນອາຫານເສີມ ໂຊຈັງ ເພາະທັງຄູ່ຖືວ່າເປັນບຸກຄົນທີ່ມີຊື່ສຽງໃນສັງຄົມ ແລະ ທັງເປັນທີ່ຮູ້ຈັກກັນດີ ແລະ ທັງສອງກໍ່ເປັນຄູ່ທີ່ມັກໃນການເບີ່ງແຍງສຸຂະພາບອີກດ້ວຍ.
ພາຍໃນງານ ແຂກຮັບເຊີນ ຍັງມີ ປຸມປະນັດດາ ສາວງາມອຊມະຕະ ແລະ ຫນຸ່ມສອນລາມ ເທບພິທັກ. ນອກຈາກນັ້ນ ຍັງມີພິທີກອນ.
Editor: ກຳປານາດ ລັດຖະເຮົ້າ