ໃນຕອນບ່າຍຂອງວັນທີ 3 ທັນວາ 2017 ທ່ານ ພົງສະຫວັນສິດທະວົງ ເຈົ້າແຂວງໄຊຍະບູລີພ້ອມດ້ວຍຄະນະໄດ້ນໍາພາ ນັກທຸລະກິດ ຈາກ ສປ.ຈີນ ລົງສຳຫຼວດສະຖານທີ່ທ່ອງທ່ຽວທໍາມະຊາດເຂດຕົ້ນແຕ້ຄ່າໃຫຍ່ ບ້ານ ສົມສະຫວາດ ເມືອງພຽງແຂວງໄຊຍະບູລີ ຕົ້ນໄມ້ແຕ້ຄ່າໃຫຍ່ເກີດຢູ່ປ່າສະຫງວນເຂດ ບ້ານສົມສະຫວາດຫ່າງຈາກເທດສະບານ ເມືອງ ພຽງ ໄປທາງທິດໃຕ້ 65 ກິໂລແມັດ,ຕົ້ນໄມ້ແຕ້ຂ່າໃຫ່ຍ ມີອາຍຸ ປະມານ 1.000 ກວ່າປີ, ມີລວງຮອບເຖິງ 9 ວາລຳຕົ້ນສູງປະມານ14 ແມັດ ແລະ ອີກຕົ້ນໜຶ່ງ ມີລັກສະນະສວຍງາມງາມ ມີຮາກຍາວພົ້ນດິນຂຶ້ນສອດຕາມຫວ່າງກ້ອນຫີນຢ່າງແປກປະຫຼາດນອກນີ້ຍັງມີຫຼາຍຕົ້ນເປັນດົງໃຫ່ຍທີ່ເກີດຂຶ້ນໃນບໍລິເວນນັ້ນ.
ໃນປີ 1990 ໂດຍແມ່ນ ປະຊາຊົນ ບ້ານສົມສະຫວາດ ໄດ້ເຂົ້າໄປຊອກຢູ່ຫາກິນໃນປ່າເລີຍໄດ້ພົບເຫັນ ຈິ່ງມາລາຍງານອຳນາດການປົກຄອງບ້ານ ຈາກນັ້ນມາຊາວບ້ານຈຶ່ງໄດ້ປົກປັກຮັກສາຈົນເຖິງປະຈຸບັນ; ການລົງສໍາຫຼວດຄັ້ງນີ້ ໂດຍມີຈຸດປະສົງ ເພື່ອໃຫ້ນັກທຸລະກິດ ສປ.ຈີນ ໄດ້ເກັບກໍາຂໍ້ມູນເພື່ອໄປວິເຄາະ, ວິໄຈ ແລະ ຈະນຳເອົາທຶນມາພັດທະນາເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ, ຕິດພັນກັບການອານຸລັກຮັກສາປ່າໄມ້, ສັດສາວາສິ່ງ ແລະ ຊີວະນາໆພັນຕ່າງໆ ທີ່ມີຢູ່ບໍລິເວນປ່າແຫ່ງນີ້ ແລະ ສ້າງສະຖານທີ່ດັ່ງກ່າວນີ້ໃຫ້ກາຍເປັນແຫຼ່ງທ່ອງທ່ຽວຂອງແຂວງໃນຕໍ່ໜ້າ,ເຮັດໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ມາທ່ຽວຊົມ, ຄຽງຄູ່ກັບການສ້າງຄົນ, ຫ້ອງການ, ກົມກົມກອງວັດທະນະທຳ, ອັນເຮັດໃຫ້ ແຂວງກໍ່ຄື ເມືອງພຽງ ໃຫ້ເປັນເມືອງ ສີຂຽວ, ສະອາດສວຍງາມ ທາງດ້ານວັດທະທຳ ແລະ ການທ່ອງທ່ຽວທາງທໍາມະຊາດ.
Editor: ກຳປານາດ ລັດຖະເຮົ້າ