ເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ດ່ານປະເພນີ ບ້ານພຽງເຜືອ, ເມືອງຊຳໃຕ້, ແຂວງຫົວພັນ ໄດ້ຈັດໃຫ້ມີພິທີມອບ-ຮັບຫ້ອງການດ່ານ ຂື້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮິນທອງ ດວງຈັນສຸກ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງຊຳໃຕ້ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ວູ້ວັນດາດ ຮອງເລຂາພັກເມືອງ ເຈົ້າເມືອງກວັນເຊີນ ແຂວງແທ່ງ ຮ່ວາ ສສ ຫວຽດນາມ,ພ້ອມການນຳຂອງເມືອງຊຳໃຕ້ ແລະ ເມືອງ ກວັນເຊີນ, ຕະຫຼອດຮອດແຂກທີ່ຖຶກເຊີນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ດາວທອງ ໄຊພະວົງ ຜູ້ຕາງໜ້າ ບໍລິສັດຈັນຈະເລີນກໍ່ສ້າງໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງຫ້ອງການດ່ານສົບເຜຶອ, ເຊີ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 11 ກໍລະກົດ ຫາ 17 ພະຈິກ 2017 ສຳເລັດ 100%. ໂດຍແມ່ນບໍລິສັດ ຈັນຈະເລີນ ກໍ່ສ້າງຈຳກັດເປັນຜູ້ຮັບເໝົາກໍ່ສ້າງ, ຫ້ອງການດ່ານຫຼັງໃໝ່ນີ້ ມີຂະໜາດ 9×13 ແມັດ, ປະກອບມີ 1 ຫ້ອງເຮັດວຽກ, 1 ຫ້ອງນອນ, 1 ຫ້ອງນໍ້າ ແລະ 1 ຫ້ອງເຮືອນຄົວ, ລວມມູນຄ່າການກໍ່ສ້າງທັງໝົດ 500 ລ້ານດົງ, ຫຼື ປະມານ 250 ລ້ານກີບ, ໂດຍແມ່ນທືນຊ່ວຍເຫຼືອຈາກເມືອງກວັນເຊີນ ແຂວງແທ່ງ ຮ່ວາ ສສ ຫວຽດໜາມ ສະໜັບສະໜູນ. ຫຼັງຈາກນັ້ນ, ການນຳເມືອງກວັນເຊີນ ໄດ້ມີຄຳເຫັນ ແລະ ກ່າວມອບຫ້ອງການດັ່ງກ່າວໃຫ້ເມືອງຊຳໃຕ້ ເປັນຜູ້ນຳໃຊ້, ໄປພ້ອມດຽວກັນນັ້ນຜູ້ນຳທັງສອງເມືອງຍັງໄດ້ຮ່ວມກັນຕັດແຖບຜ່າເພື່ອເປັນສິລິມຸງຄຸນ. ທັ້ງນີ້ເພື່ອເປັນການສ້າງຄວາມສະດວກໃຫ້ແກ່ເຈົ້າ ໜ້າທີ່ໃນການປະຕິບັດໜ້າທີ່ວຽກງານ, ປະຊາຊົນຢູ່ບ້ານໃກ້ຄຽງໄປ-ມາ, ຄ້າຂ້າຍມີຄວາມສະດວກ, ສະບາຍ ແລະ ຖຶກຕ້ອງຕາມລະບຽບຫຼັກການ. ນອກນີ້ຍັງເປັນການສ້າງເງື່ອນໄຂຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂອງສອງເມືອງເປັນຕົ້ນ: ການຄ້າ-ຂາຍເຖື່ອນ, ຂີ້ລັກງັດແງະ, ສິ່ງເສບຕິດ ແລະ ອື່ນໆ ໃຫ້ໝົດໄປ, ເອົາໃຈໃສ່ຊ່ວຍເຫຼືອຮ່ວມມື ແລະ ຜັນຂະຫຍາຍສາຍພົວພັນແບບພິເສດ ລະຫວ່າງລາວ-ຫວຽດນາມອ້າຍນ້ອງເວົ້າລວມ, ເວົ້າສະເພາະແມ່ນເມືອງຊໍາໃຕ້ ແລະ ເມືອງກັວນເຊີນ ໃຫ້ນັບມື້ຂຽວສົດງົດຕະຫຼອດໄປ
Editor: ກຳປານາດ ລັດຖະເຮົ້າ