ຫ້ອງການອຸດສະຫະກໍາ ແລະ ການຄ້າເມືອງວັງວຽງຈັດພິທີທໍາລາຍສີນຄ້າໝົດອາຍຸ ແລະ ສີນຄ້າລອກຮຽນແບບຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັນໂທ ດວງໃຈ ມະນີວັນ ຮອງເລຂາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີ ທ່ານນາງ ຄຳຮຸ່ງ ທິບພະວົງ ຄະນະປະຈຳພັກເມືອງ. ປະທານກວດກາພັກ-ລັດ ເມືອງວັງວຽງ, ມີ ທ່ານ ອ່ອນສີ ຈັນດາວົງ ກຳມະການພັກເມືອງຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ, ມີຫົວໜ້າຫ້ອງການຮອງຫ້ອງການອ້ອມຂ້າງເມືອງ. ພໍ່ຄ້າຊາວຂາຍພ້ອມດ້ວຍ ພະນັກງານໃນຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ເຂົ້າຮ່ວມ.
ໃນພິທີ ທ່ານ ອ່ອນສີ ຈັນດາວົງ ກຳມະການພັກເມືອງຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບຜົນຂອງການກວດກາສີນຄ້າ ອຸປະໂພກ - ບໍລິໂພກຕ່າງໆຕາມຫ້າງຮ້ານຂາຍຍົກ - ຂາຍຍ່ອຍໃນທົ່ເມືອງ. ຕາມແຈ້ງການວ່າດ້ວຍການປົກປ້ອງຜູ້ຊົມໃຊ້ສະບັບເລກທີ02/ສພຊ, ລົງວັນທີ 30 ມີຖຸນາ 2010, ຂໍ້ຕົກລົງຂອງລັດ ຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າສະບັບເລກທີ1499/ອຄ.ກຍພນ, ລົງວັນທີ 08 ກັນຍາ 2017 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາການຄ້າໂດຍປະຕິບັດຕາມທິດຊີ້ນຳທັງສາຍຕັ້ງ ແລະ ສາຍຂວາງໃນຄັ້ງ ວັນທີ່ 06-22 ພະຈິກ 2017 , ການຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງວັງວຽງ, ເຈົ້າໜ້າທີກວດກາການຄ້າ ໄດ້ປະ ຕິບັດໜ້າທີ່ທາງດ້ານວຽກງານວິຊາສະເພາະ ລົງກວດກາຫ້າງຮ້ານຂາຍເຄື່ອງສົ່ງ ແລະ ຂາຍເຄື່ອງຍ່ອຍທົ່ວໄປ, ຢູ່ໃນເທດສະ ບານເມືອງວັງວຽງ ພ້ອມທັງສ້າງບົດບັນທຶກ ສຶກສາອົບຮົມກ່າວຕັກເຕືອນກັບເຈົ້າຂອງຮ້ານ ໄດ້ທັງໝົດ 29 ຮ້ານ, ພ້ອມໄດ້ຢຶດສິນຄ້າບໍ່ໄດ້ມາດຖານ, ສິນຄ້າປອມແປງ, ສິນຄ້າລອກຮຽນແບບ, ສິນຄ້າໝົດອາຍຸ, ໄດ້ຈໍານວນ 6 ປະເພດຂອງສິນຄ້າ ແລະ ມີ 72 ລາຍການ ໃນນີ້ປະກອບມີ: ປະເພດ ເຂົ້າໜົມ ແລະ ມີ໋ໄວໄວ, ຍຳຍຳ ມີມູນຄ່າ 5,758,000 ກີບ, ປະເພດ ນົມປ໋ອງ, ນົມຝຸ່ນ ມີມູນຄ່າ 2.932.000 ກີບ, ປະເພດ ເຄື່ອງດື່ມຕ່າງໆມີມູນຄ່າ 5.595.000 ກີບ, ປະເພດ ເຄື່ອງປຸງແຕ່ງອາຫານ ມີມູນຄ່າ 4.042.000 ກີບ, ປະເພດ ຢາສູບຕ່າງໆ ມີມູນຄ່າ 440.000 ກີບ, ປະເພດ ຢາສະຜົມມີມູນຄ່າ 3 ລ້ານກີບ, ລວມມູນຄ່າທັງໝົດຂອງສິນຄ້າ ແມ່ນ: 21 ລ້ານ 767.000 ກີບ, ສ່ວນສິນຄ້າທີ່ຢຶດມາໄດ້ທາງຫ້ອງການອຸດສາຫະກໍາ ແລະ ການຄ້າແມ່ນໄດ້ທຳລາຍຖີ້ມ, ທ່ານຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຍັງໃຫ້ຮູ້ວ່າຈະສືບຕໍ່ລົງສຶກສາອົບຮົມ ການເມືອງແນວຄິດ ປູກຈິດສຳນຶກ ເຜີຍແຜ່ ລະບຽບ, ກົດໝາຍ, ນິຕິກຳຕ່າງໆ ທີ່ເປັນການປົກປ້ອງຜູ້ຊົມໃຊ້ ໃຫ້ຜູ້ປະກອບການ ທຸລະກິດຫ້າງຮ້ານຂາຍຍົກ-ຂາຍຍ່ອຍ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າໃຈ ເຖິງຜົນຮ້າຍຂອງສິນຄ້າດັ່ງກ່າວ. ນອກນີ້ຍັງຈະສືບຕໍ່ ຕິດຕາມ ກວດກາ ປະເພດສິນຄ້າຕ່າງໆ ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງຕາມລະບຽບ ກົດໝາຍ ວາງອອກແຕ່ລະໄລຍະ.
Editor: ກຳປານາດ ລັດຖະເຮົ້າ