ພິທີປະກາດຄອບຄົວ ແລະ ບ້ານ ປອດຄະດີຂອງບ້ານ ກັນດອນ ເຂດພັດທະນາທີ 4 ຂອງເມືອງ ທ່າແຕງ ແຂວງ ເຊກອງ ໄດ້ຈັດຂື້ນ ເມືອບໍ່ດົນມານີ້ ຢູ່ທີ່ ບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ .ໂດຍການເຂົ້າຮ່ວມຂອງ ທ່ານ ລົດແກ້ວ ເພັງພູນສະຫວັດ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ທ່າແຕງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີທ່ານ ກິ ສາຍອຸດົມ ກໍາມະການພັກເມືອງ ຫົວໜ້າຫ້ອງການຍຸຕິທໍາເມືອງ,ຫົວໜ້າ-ຮອງຫ້ອງການກ່ຽວຂ້ອງ,ຮອງຫົວໜ້າເຂດພັດທະນາທີ 4, ມີ ອົງການປົກຄອງບ້ານ,ແນວໂຮມ, ຊາວໜຸ່ມ, ແມ່ຍິງ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນບ້ານກັນດອນເຂົ້າຮ່ວມ.
ທ່ານ ນາງ ດາວັນ ລິນດາວົງ ຫົວໜ້າໜ່ວຍງານຄຸ້ມຄອງ-ສົ່ງເສີມລະບົບຍຸຕິທໍາຮາກຖານ ຂື້ນຜ່ານບົດລາຍງານໂດຍປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ວຽກງານຍຸຕິທໍາຮາກຖານ ກໍ່ຄື ວຽກງານການສ້າງຄອບຄົວ ແລະ ບ້ານປອດຄະດີ ບົນພື້ນຖານຄວາມສາມັກຄີ,ລະບຽບກົດໝາຍ,ມີຄວາມຫ້າວຫັນ,ເຂົ້າຮ່ວມວຽກງານໃນການພັດທະນາບ້ານພາຍໃນບ້ານບໍ່ມີປະກົດການຫຍໍ້ທໍ້ໃດໆ,ແຕ່ລະຄອບຄົວເປັນເຈົ້າການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂື້ນດ້ວຍການປະນິປະນອມຢ່າງສັນຕິວິທີ, ເຮັດໃຫ້ຄູ່ກໍລະນີສາມາດຕົກລົງກັນໄດ້ໂດຍສັນຕິວິທີ ເຊິ່ງສາມາດສະແດງໃຫ້ເຫັນວ່າປະຊາຊົນພາຍໃນບ້ານກັນດອນໄດ້ມີການພັດທະນາທາງດ້ານສະຕິເຄົາລົບປະຕິບັດລະບຽບກົດໝາຍຫຼາຍຂື້ນ,ປະຊາຊົນເປັນເຈົ້າການຕື່ນຕົວຕໍ່ການສຶກສາອົບຮົມຮຽນຮູ້ ລະບຽບກົດໝາຍ ຈາກປື້ມຄູ່ມືໂຄສະນາກວມເອົາ 85 ສ່ວນຮ້ອຍຂອງປະຊາຊົນພາຍໃນບ້ານ, ກວມເອົາອັດຕາສ່ວນ 95 ສ່ວນຮ້ອຍຂອງຈໍານວນຄອບຄົວທັງໝົດ, ສາມາດຮັບຮອງເອົາຄອບຄົວປອດຄະດີ ກວມເອົາ 90 ກວ່າສ່ວນຮ້ອຍ. ພ້ອມນີ້ ກໍ່ໄດ້ປະກາດການແຕ່ງຕັ້ງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໂດຍມີ ທ່ານ ຈັນຫວນ ມະຫາຈັນ ເປັນຫົວໜ້າ,ທ່ານ ກຽດຕິສັກ ອິນຍາລອງ ເປັນຮອງ,ສວນທ່ານ ດາວັນ ພັນຍະເກດ,ທ່ານ ວິຫານ ແລະ ທ່ານ ນາງ ຢອກ ຫວງປະເສີດ ເປັນຄະນະ. ຈາກນັ້ນ ໄດ້ມອບໃບຢັ້ງຢືນຄອບຄົວ ແລະ ບ້ານປອດຄະດີ ໂດຍເປັນກຽດກ່າວມອບຂອງ ທ່ານ ລົດແກ້ວ ເພັງພູນສະຫວັດ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ທ່າແຕງ ແລະ ທ່ານ ກິ ສາຍອຸດົມ ກໍາມະການພັກເມືອງ ຫົວໜ້າຫ້ອງການຍຸຕິທໍາເມືອງ ທ່າແຕງ.
ໂອກາດນີ້ ທ່ານ ລົດແກ້ວ ເພັງພູນສະຫວັດ ຄະນະປະຈໍາພັກເມືອງ ຮອງເລຂາພັກເມືອງ ທ່າແຕງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ຄະນະພັກຮາກຖານ-ນາຍບ້ານ ພ້ອມພາກສ່ວນກ່ຽວຂ້ອງຍາດເອົາຜົນງານມາໄດ້ ພ້ອມທັງໃຫ້ທິດຊີ້ນໍາຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ