ເພື່ອເຮັດໃຫ້ວຽກງານກອງທຶນປະກັນສັງຄົມໄດ້ຮັບການພັດທະນາລະບອບກົນໄກການຄຸ້ມຄອງບໍລິຫານ ແລະ ການສະໜອງບໍລິການແກ່ຜູ້ປະກັນຕົນຢ່າງເປັນລະບົບ ແລະ ຮັບປະກັນການຈ່າຍບັນດາອຸດໜູນຕ່າງໆໄດ້ຖ່ວງທັນກັບເວລາ, ສັງຄົມມີຄວາມພຶ່ງພໍໃຈ, ແທດເໝາະກັບຈຸດພິເສດຂອງແຕ່ລະທ້ອງຖິ່ນ ລວມທັງສ້າງຄວາມເຂົ້າໃຈແກ່ທຸກພາກສ່ວນທີ່ກ່ຽວຂ້ອງນຳອີກ. ໃນລະຫວ່າງທ້າຍອາທິດຜ່ານມາ ທີ່ ທ່າລາດ ແຂວງວຽງຈັນ, ໄດ້ຈັດກອງປະຊຸມກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານກອງທຶນປະກັນສັງຄົມແຫ່ງຊາດ ປະຈຳປີ 2017 ແລະ ທິດທາງແຜນປີ 2018 ຂື້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ປະເດີມພອນ ສົນທະນີ ຜູ້ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ, ມີບັນດາຫົວໜ້າກົມ, ບັນດາສູນບໍລິການທົ່ວປະເທດ,ພະນັກງານວິຊາການກອງທຶນປະກັນສັງຄົມ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມທັງໝົດຍັງໄດ້ຮັບຟັງການສະຫຼຸບລາຍງານ ໂດຍ ທ່ານ ບຸນຍອດ ຈັນທະວອນ ຮອງອຳນວຍການກອງທຶນປະກັນສັງຄົມແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສັງຄົມປະຈຳປີ 2017, ດ້ານດີດ້ານອອ່ນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນກຳນົດທິດທາງແຜນການ ຕົວເລກຈຸດສຸມປີ 2018, ຈາກນັ້ນຜູ້ເຂົ້າຮວ່ມ ຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນບາງບັນຫາ ເພື່ອຄວາມເປັນເອກະພາບໃນຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໃນໂອກາດກອງປະຊຸມຄັ້ງນີ້, ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ກໍ່ໄດ້ໃຫ້ກຽດໂອ້ລົມ, ໃຫ້ທິດຊີ້ນໍາ ແລະ ທ່ານ ຍັງໄດ້ຕີລາຄາ ຍ້ອງຍໍ, ຊົມເຊີຍ ຕໍ່ຜົນງານຂອງ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ທີ່ ຍາດມາໄດ້ ໃນໄລຍະ 1 ປີ ຜ່ານມາ ແລະ ທ່ານໄດ້ເນັ້ນໜັກບາງບັນຫາທີສຳຄັນຄື: ລະບົບປະກັນສັງຄົມຊຶ່ງແມ່ນພາລະກິດຫລັກ ທີ່ໄດ້ກຳນົດແຈ້ງໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມຂອງພວກເຮົາ, ພ້ອມກັນຈັດຕັ້ງປະຕິບັດໃຫ້ສຳເລັດຕາມລະດັບຄາດໝາຍ.
Editor: ກຳປານາດ ລັດຖະເຮົ້າ