ພິທີພົບປະແລກປ່ຽນບົດຮຽນ ລະຫ່ວາງອະດີດການນໍາຂັ້ນສູງເມືອງ ທ່າແຕງ ສະໄໝທີ 1 ກັບການນໍາຂັ້ນສູງເມືອງທ່າແຕງປັດຈຸບັນ ໄດ້ມີຂື້ນໃນທ້າຍເດືອນ ພະຈິກ 2017 ນີ້. ເຊິ່ງນໍາໂດຍທ່ານ ພອນເພັດ ຄິວລະວົງ ຄະນະປະຈໍາພັກແຂວງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເຊກອງ ອະດີດເລຂາພັກເມືອງ ທ່າແຕງ ສະໄໝທີ 1,ໂດຍມີຄະນະປະຈໍາພັກແຂວງ,ຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ,ຫົວໜ້າ-ຮອງຫ້ອງການ,ຫົວໜ້າ-ຮອງເຂດຈຸດສຸ່ມພັດທະນາ,ມີບັນດາຜູ້ແທນຈາກສະພາປະຊາຊົນແຂວງ,ໄອຍະການ,ພະແນກການເງິນ,ພະແນກກະສິກໍາແລະປ່າໄມ້,ກອງບັນຊາການປ້ອງກັນຄວາມສະຫງົບ,ໂຮງຮຽນທິດສະດີ ການເມືອງ-ການປົກຄອງແຂວງ ເຊກອງ ພ້ອມດ້ວຍພະນັກງານອາວຸໂສປະຕິວັດເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການຜ່ານບົດລາຍງານໃນການຈັດຕັ້ງປະຕິບັດວຽກງານກະກຽມສະເຫຼີມສະຫຼອງເມືອງທ່າແຕງ ຄົບຮອບ 25 ປີຈາກທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ ໄດ້ລາຍງານພາບລວມຂອງເມືອງ ນັບຕັ້ງແຕ່ປີ 1993 ຈົນຮອດປະຈຸບັນ ທົ່ວເມືອງ ທ່າແຕງ ຍັງເຫຼືອຄອບຄົວທຸກຍາກ 291 ຄອບຄົວ ເທົ່າກັບ 3,64%, ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 11% ຕໍ່ປີ,ສະເລ່ຍໃສ່ຫົວຄົນໜື່ງໄດ້ 15 ລ້ານ 5 ແສນກວ່າກີບຕໍ່ປີ ເທົ່າກັບ
1.947 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ປີ 1993 ເພີ່ມຂື້ນ 1.777,66 ໂດລາ.
ພ້ອມນັ້ນ ຜູ້ເຂົ້າຮ່ວມ ກໍ່ໄດ້ພ້ອມກັນແລກປ່ຽນປະກອບຄໍາຄິດ-ຄໍາເຫັນໂດຍໄດ້ຍົກໃຫ້ເຫັນຈຸດດີ,ຈຸດອ່ອນ,ຂໍ້ຄົງຄ້າງ,ບົດຮຽນທີ່ຖອດຖອນໄດ້ ແລະ ວິທີແກ້ໄຂໃນຕໍ່ໜ້າ.ໂອກາດພົບປະແລກປ່ຽນບົດຮຽນຄັ້ງນີ້ ທ່ານ ພອນເພັດ ຄິວລະວົງ ຄະນະປະຈໍາພັກແຂວງ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ ເຊກອງ ອະດີດເລຂາພັກເມືອງ ທ່າແຕງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານແຕ່ລະດ້ານ ໂດຍເນັ້ນໃຫ້ຄະນະກໍາມະການແຕ່ລະຂັ້ນ ເອົາໃຈໃສ່ບາງບັນຫາ ໂດຍສະເພາະ ວຽກງານການກະກຽມສະເຫຼີມສະຫຼອງເມືອງ ທ່າແຕງ ຄົບຮອບ 25 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ເປັນຂະບວນຝົດຟື້ນ.
Editor: ກຳປານາດ ລັດຖະເຮົ້າ