ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ນໍາໂດຍ ທ່ານ ວຽງສະໝອນ ຈັນເບັງແສງ ຫົວໜ້າໜ່ວຍງານ ບໍລິຫານ ແລະ ຈັດຕັ້ງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ທ່າແຕງ ພ້ອມພະນັກງານວິຊາການ,ໂດຍມີ ທ່ານ ອາລຸນເພັດ ພອນວັນທາ ຮອງຫົວໜ້າເຂດຈຸດສຸມພັດທະນາທີ 3 ກະປື,ອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນບ້ານ ກະປື ໄດ້ສ້າງຂະບວນການອະນາໄມຄອງເໝືອງ ເພື່ອກຽມການຜະລິດລະດູແລ້ງທີ່ຈະມາເຖິງນີ້.
ທ່ານ ວຽງສະໝອນ ຈັນເບັງແສງ ຫົວໜ້າໜ່ວຍງານ ບໍລິຫານ ແລະ ຈັດຕັ້ງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ທ່າແຕງກ່າວວ່າ: ການສ້າງຂະບວນການອະນາໄມຄອງເໝືອງຈາກໜອງນົກຄັ້ງນີ້ ແມ່ນເພື່ອສະດວກໃນການບໍລິຫານນໍ້າເຂົ້າໃນການຜະລິດລະດູແລ້ງ ໂດຍສະເພາະ ການເຮັດນາແຊງ,ລວມໄປເຖິງການປູກພືດລະດູແລ້ງຂອງພໍ່ແມ່ປະຊາຊົນປີນີ້ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນກັບສະພາບການ ເພື່ອເຮັດໃຫ້ຜົນຜະລິດລະດູແລ້ງປີນີ້ ໃຫ້ໄດ້ຮັບຜົນດີກວ່າເກົ່າ. ຊຶ່ງການອະນາໄມຈາກອ່າງເກັບນໍ້າໜອງນົກ ໄດ້ເລີ່ມແຕ່ຫົວນໍ້າເຖິງດິນທໍາການຜະລິດຂອງປະຊາຊົນ, ມີຄວາມຍາວເກືອບ 1 ກິໂລແມັດ, ກວ້າງ 3 ແມັດ, ສາມາດຫົດເນື້ອທີ່ນາປີໄດ້ 4 ພັນກວ່າເຮັກຕາ, ນາແຊງໄດ້ 2 ກວ່າເຮັກຕາ ແລະ ປູກພືດລະດູແລ້ງໄດ້ 44 ເຮັກຕາ. ທັງນີ້ ເພື່ອເປັນການສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ ແລະ ເປີດການນໍາໃຊ້ນໍ້າເຂົ້າໃນການຜະລິດລະດູແລ້ງຄືວັນທີ 3 ພະຈິກ, ທັງເປັນການຫ້າງຫາກະກຽມລົງມືເຂົ້າໃສ່ ການຜະລິດລະດູແລ້ງ, ທາງອໍານາດການປົກຄອງເມືອງ ຈິ່ງໄດ້ນໍາພາປະຊາຊົນທຸກພາກສ່ວນເຂົ້າຮ່ວມ ຂຸດລອກອະນາໄມຄອງເໝືອງ, ກວດກາປະຕູເປີດ-ປິດນໍ້າ, ປົວແປງຊົນລະປະທານ ເພື່ອເຮັດໃຫ້ນໍ້າໃນຄອງເໝືອງໄຫຼສະດວກດີ ແລະ ການສະໜອງນໍ້າເຂົ້າໃນເນື້ອທີ່ທຳການຜະລິດພຽງພໍກັບຄວາມຕ້ອງການ ພ້ອມທັງ ເຮັດໃຫ້ການຜະລິດ ໃນລະດູແລ້ງປີນີ້ບັນລຸຕາມຄາດໝາຍ. ເຊິ່ງໃນທົ່ວເມືອງມີຊົນລະປະທານ 67 ແຫ່ງ, ໃນນັ້ນລັດລົງທືນ ແລະ ອົງການຕ່າງໆມີ 33 ໂຄງການ, ປະຊາຊົນຂຸດເອງມີ 34 ແຫ່ງ.
ໃນໂອກາດນີ້ ທ່ານ ອາລຸນເພັດ ພອນວັນທາ ຮອງຫົວໜ້າເຂດຈຸດສຸມພັດທະນາທີ 3 ກະປື ໄດ້ໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເນັ້ນໜັກໃຫ້ກຸ່ມຜູ້ຊົມໃຊ້ນໍ້າເອົາໃຈໃສ່ບົວລະບັດ ແລະ ປົກປັກຮັກສາຊົນລະປະທານໃຫ້ມີຄວາມຍືນຍົງ ພ້ອມກັນປູກພືດຜັກໃນລະດູແລ້ງໃຫ້ກາຍເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວໃຫ້ດີຂື້ນກວ່າເກົ່າ.
Editor: ກຳປານາດ ລັດຖະເຮົ້າ