ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກທຸລະກິດ ໂດຍສະເພາະ ສະມາຄົມທຸລະກິດທ່ອງທ່ຽວລາວ ລົງຊຸກຍູ້ບັນດາແຫລ່ງທ່ອງທ່ຽວ ໃຫ້ປັບປຸງສະຖານ ທີ່ທ່ອງທ່ຽວ ແລະ ການບໍລິການໃຫ້ດີ ເພື່ອຮອງຮັບປີທ່ອງທ່ຽວລາວ 2018.
ທັງນີ້, ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວ ຢ່າງໜ້ອຍ 5 ລ້ານເທື່ອຄົນ ໃນປີ 2018 ແລະ ສ້າງລາຍຮັບໃຫ້ໄດ້ 900 ລ້ານໂດລາສະຫະລັດ. ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດທ່ອງທ່ຽວ ກ່ຽວກັບການສະໜັບສະໜູນວຽກງານການທ່ອງທ່ຽວ ຂອງ ສປປ ລາວ ໃນທ້າຍເດືອນ ພະຈິກ ໄດ້ລະບຸວ່າ: ການປັບປຸງແມ່ນຈະສຸມໃສ່ແຫລ່ງທ່ອງທ່ຽວ ຕາມວົງຈອນການທ່ອງທ່ຽວທີ່ເປັນບູລິມະສິດເດັ່ນໆ ໃນຂອບເຂດທົ່ວປະເທດ, ຊຶ່ງມີທັງໝົດ 88 ແຫ່ງ, ໃນນັ້ນ ແຫລ່ງທ່ອງທ່ຽວທາງທຳມະຊາດມີ 46 ແຫ່ງ, ທາງວັດທະນະທຳ 26 ແຫ່ງ ແລະ ທາງປະຫວັດສາດ 16 ແຫ່ງ. ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງຈະໄດ້ປັບປຸງ ການອຳນວຍຄວາມສະດວກເຂົ້າ-ອອກເມືອງ, ໂດຍບໍ່ໃຫ້ມີຫລາຍຂັ້ນຕອນ ແລະ ໃຫ້ສະດວກວ່ອງໄວກວ່າເກົ່າ; ຊອກຫາສາເຫດ ແລະ ວິທີແກ້ໄຂທີ່ເໝາະສົມ ກ່ຽວກັບບັນຫາລາຄາອາຫານ, ຄ່າພັກເຊົາ, ການບໍລິການຂົນສົ່ງ ແລະ ຜະລິດຕະພັນເຄື່ອງທີ່ລະນຶກຕ່າງໆຂອງລາວ ທີ່ແພງກວ່າປະເທດອ້ອມຂ້າງ; ປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມ ສະດວກເປັນຕົ້ນແມ່ນເສັ້ນທາງເຂົ້າສູ່ແຫລ່ງທ່ອງທ່ຽວ ໃຫ້ສະດວກສະບາຍ; ປັບປຸງສະຖານທີ່ທ່ອງທ່ຽວເກົ່າ ແລະ ສ້າງແຫລ່ງທ່ອງທ່ຽວ ໃໝ່ໃຫ້ມີຄວາມຫລາກຫລາຍ, ພ້ອມໃຫ້ມີຄຸນນະພາບເພື່ອໃຫ້ນັກທ່ອງທ່ຽວມີຫລາຍທາງເລືອກ; ຮັກສາຄວາມ ປອດໄພ ແລະ ຄວາມສະຫງົບ; ແກ້ໄຂບັນຫາສິ່ງເສບຕິດມຶນເມົາ ແລະ ບັນຫາສຸຂະພາບຂອງນັກທ່ອງທ່ຽວ ໂດຍສ້າງໃຫ້ມີລະບົບສຸກເສີນຢູ່ຕາມແຫລ່ງທ່ອງທ່ຽວຕ່າງໆ ເພີ່ມການໂຄສະນາລາວທ່ຽວລາວ ແລະ ໂຄສະນາອື່ນໆ ເພື່ອໃຫ້ເຂົ້າ ເຖິງຕະຫລາດກຸ່ມເປົ້າໝາຍ ດ້ວຍຫລາກຫລາຍຮູບແບບ.
ໃນປີ 2016 ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ຈຳນວນ 4,2 ລ້ານເທື່ອຄົນ ແລະ ສາມາດສ້າງລາຍຮັບໄດ້ທັງໝົດປະມານ 724 ລ້ານໂດລາສະຫະລັດ, ໃນນັ້ນອັນດັບໜຶ່ງແມ່ນນັກທ່ອງທ່ຽວໄທ ສອງລ້ານກວ່າເທື່ອຄົນ, ຮອງລົງມາແມ່ນນັກທ່ອງທ່ຽວຫວຽດນາມ ແລະ ອັນດັບສາມ ແມ່ນນັກທ່ອງທ່ຽວຈາກ ສປ ຈີນ.
Editor: ກຳປານາດ ລັດຖະເຮົ້າ