ເນື່ອງໃນໂອກາດທີ່ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມການນຳຫຼັກແຫຼ່ງຂອງເມືອງຈອມເພັດ ເມື່ອບໍ່ດົນມານີ້ ທີ່ຜ່ານມານີ້ ໃນນັ້ນໄດ້ລົງຢ້ຽມຢາມ ແລະ ຊຸກຢູ້ຄອບຄົວຜະລິດ ທູບກາພູສີ ທີ່ ບ້ານບວມເລົາ, ເມືອງຈອມເພັດ ແຂວງຫຼວງພະບາງ. ໃຫ້ການຕ້ອນຮັບໂດຍ ຄອບຄົວຂອງ ທ່ານ ທອງພັດ ປັນຍາມະນີ ເຈົ້າຂອງກິດຈະກຳການຜະລິດທູບ ພ້ອມທັງລາຍງານວ່າ: ການຜະລິດ ແມ່ນໄດ້ເລີ່ມແຕ່ປີ 2008 ໃນເບື້ອງຕົ້ນມີທຶນທັງໝົດພຽງແຕ່ 14 ລ້ານກີບ ແລະ ມີແຮງງານພຽງແຕ່ 2-3 ແຮງງານ ພາຍໃນຄອບຄົວເທົ່ານັ້ນ ແລະ ຜະລິດຢູ່ທີ່ ບ້ານຂາມຢ່ອງ ເມືອງຫຼວງພະບາງ ແລະ ຜ່ານການຜະລິດມາເປັນເວລາ 1 ປີ ເຫັນວ່າທຸລະກິດດັ່ງກ່າວໄປໄດ້ດີ ແຕ່ການຜະລິດພັດບໍ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດໄດ້, ເນື່ອງຈາກສະຖານທີ່ຄັບແຄບ. ສະນັ້ນ ຈຶ່ງໄດ້ຕັດສິນໃຈຍົກຍ້າຍການຜະລິດດັ່ງກ່າວໄປຕັ້ງຢູ່ ບ້ານບວມເລົາ, ເມືອງຈອມເພັດ ໃນທ້າຍປີ 2009 ແລະ ໄດ້ເພີ່ມກົນຈັກທີ່ທັນສະໄໝ ຂື້ນ ພ້ອມທັງເພີ່ມແຮງງານ ທັງໝົດ 14 ແຮງງານ. ເພື່ອເພີ່ມຂະບວນການຜະລິດໃຫ້ລາຍຂຶ້ນ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແລະ ຕະຫຼາດທີ່ສົ່ງອອກປັດຈຸບັນ ມີ: ແຂວງຫຼວງພະບາງ, ອຸດົມໄຊ, ຊຽງຂວງ ແລະ ໄຊຍະບູລີ. ມາຮອດປະຈຸບັນ ສາມາດຜະລິດໄດ້ 14 ໂຕ່ນ/ປີ ລວມເປັນມູນຄ່າ 200 ກວ່າລ້ານກີບ.
ຈາກນັ້ນ ທ່ານເຈົ້າແຂວງຫລວພະບາງ ໄດ້ເລາະທ່ຽວຊົມຂະບວນການຜະລິດ ພ້ອມທັງເນັ້ນພັດທະນາສີມືແຮງງານ, ພັດທະນາຜະລິດຕະພັນ ແລະ ສືບຕໍ່ຜະລິດໃຫ້ຫຼາຍຂຶ້ນເພື່ອເປັນສິນຄ້າໂອດອບຂອງເມືອງ ແລະ ໃຫ້ກາຍເປັນຄອບຄົວຕົວແບບຂອງເມືອງຈອມເພັດ ໃນຕໍ່ຫນ້າ
Editor: ກຳປານາດ ລັດຖະເຮົ້າ