ທ້າຍເດືອນພະຈິກ 2017 ຜ່ານມານີ້, ທີ່ສະໂມສອນຫ້ອງວ່າການ ແຂວງໄຊຍະບູລີ, ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມການຈັດງານມະຫາກໍາບຸນຊ້າງ ປະຈໍາປີ 2018, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ, ທັງເປັນປະທານຈັດງານມະຫາກໍາບຸນຊ້າງ, ມີກອງເລຂາຄະນະຮັບຜິດຊອບງານມະຫາກໍາບຸນຊ້າງ ແລະ ພະນັກງານວິຊາການຫ້ອງວ່າການເຂົ້າຮ່ວມ 30 ກວ່າຄົນ.
ກອງປະຊຸມດັ່ງກ່າວ ທ່ານ ຈັນເພັງ ມູນຖິ່ນໄທ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ, ສະບັບເລກທີ 1265/ຈຂ.ຊຍ, ລົງວັນທີ 27 ພະຈິກ 2017 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາການກະກຽມ ແລະ ຈັດງານມະຫາກໍາບຸນຊ້າງ ປະຈໍາປີ 2018, ຜ່ານບົດບັນທຶກກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດງານມະຫາກໍາບຸນຊ້າງ ປະຈໍາ 2017, ຜ່ານຮ່າງຂໍ້ຕົກລົງວ່າດ້ວຍຄວາມຮັບຜິດຊອບ ໃຫ້ຄະນະຊີ້ນໍາການກະກຽມ ແລະ ຈັດງານມະຫາກໍາບຸນຊ້າງ ປະຈໍາປີ 2018 ແລະ ກອງເລຂາ; ຈາກນັ້ນ ກອງປະຊຸມແມ່ນໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປ-ກົງມາ, ທັງນີ້ກໍ່ເພື່ອຮັບປະກັນໃຫ້ງານມະຫາກໍາບຸນຊ້າງ ເຊິ່ງຕິດພັນກັບປີທ່ອງທ່ຽວ ແຂວງໄຊຍະບູລີ ໃຫ້ໄດ້ຮັບຜົນສໍາເລັດ ແລະ ຮັບປະກັນຄວາມສະງົບປອດໄພຮອບດ້ານ, ການກະກຽມງານບຸນດັ່ງກ່າວເປັນຕົ້ນແມ່ນ: ປັບປຸງສະຖານທີ່ຈັດງານໃຫ້ມີຄວາມສວຍງາມ, ບົດກ່າວເປີດ-ກ່າວປິດງານ, ສະຖານທີ່ວາງສະແດງສິນຄ້າຂອງແຕ່ລະເມືອງ ແລະ ຊາວຄ້າຂາຍຈາກຕ່າງແຂວງ, ສະຖານທີ່ພັກເຊົາ ເຊັ່ນ: ໂຮງແຮມ, ເຮືອນພັກ, ໂຮມສະເຕ ແລະ ຮ້ານອາຫານ ເພື່ອຮອງຮັບໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ກະກຽມການຝຶກຊ້ອມກິດຈະກໍາຕ່າງຂອງຊ້າງເພື່ອສະແດງໃນງານ, ຝຶກຊ້ອມກ້ອນກໍາລັງຂອງແຕ່ລະເມືອງ ເພື່ອກຽມພ້ອມໃນມື້ເປີດດງານ ແລະ ສ້າງຂະບວນການຕ່າງໆໃຫ້ໃຫ້ເປັນຂະບວນການຟົດຟື້ນ ເພື່ອຕ້ອນຮັບງານມະຫາກໍາບຸນຊ້າງ.
ແຫຼ່ງຂ່າວ: ຫ້ອງວ່າການ ແຂວງ ໄຊຍະບູລີ
Editor: ກຳປານາດ ລັດຖະເຮົ້າ