ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ທີ່ຈະມາເຖີງນີ້ໂດຍສະເພາະກໍ່ແມ່ນ ວັນຊາດ ທີ 02 ທັນວາ (1975 ຫາ 2017) ທີໄດ້ ໝູນວຽນມາບັນຈົບຄົບຮອບ 42 ປີ, ແລະ ວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ( 13 ທັນວາ 1920 – 2017) ຄົບຮອບ 97 ປີ, ແລະ ວັນສໍາຄັນຕ່າງໆຂອງຊາດ ດັ່ງນັ້ນມາໃນ ເຊົ້າວັນທີ 28 ພະຈິກ 2017 ຜ່ານມານີ້,ຢູ່ບ້ານຫວ້ຍຈັງ ໄດ້ມີການສ້າງຂະບວນການອອກແຮງງານລວມ ໂດຍການຊີ້ນຳໆພາ ຂອງ ທ່ານ ສຸລິຍາ ມາຜາງວົງ ຮອງເຈົ້າເມືອງເຊໂປນ ທັງເປັນຜູ້ຊີ້ນໍາ ບ້ານຫ້ວຍຈັງ, ມີ ທ່ານ ອາງານ ກຸ່ມຍາຕາ ຮອງເລຂາພັກບ້ານ ຮອງນາຍບ້ານຫ້ວຍຈັງ ໄດ້ນໍາພາພໍ່ແມ່ປະຊາຊົນສ້າງຂະບວນການອານາໄມລວມ, ໜ້າວຽກທີ່ເຂົາເຈົ້າເຮັດແມ່ນ ການຖ່າງປ່າຫຍ້າ ແຄມທາງບ່ອນທີ່ຮົກເຮື້ອ ເລາະລຽບຕາມແຄມທາງ 2 ເບື້ອງ ເຊີ່ງເປັນເສັ້ນທາງເຂົ້າຫາບ້ານ ແຕ່ເສັ້ນທາງເລກ 09 ເຂົ້າໄປຫາບ້ານ ແມ່ນມີຄວາມຍາວ ປະມານ 3 ກິໂລແມັດ,ການສ້າງຂະບວນການອອກແຮງງານລວມ ຄັ້ງນີ້, ແມ່ນມີແຮງງານທັງໝົດ 781 ຄົນ, ຍິງ 411 ຄົນ ເຊີ່ງເປັນປະຊາຊົນພາຍໃນບ້ານ, ຊາວຫນຸ່ມ, ອົງການຈັດຕັ້ງບ້ານທຸກຂັ້ນ, ສະມາຊິກບ້ານ ທຸກພາກສ່ວນ ຢ່າງເປັນຂະບວນການຟົດຟື້ນ, ສະແດງໄດ້ເຖິງຄວາມເອົາໃຈໃສ່, ຄວາມສາມັກຄີ ຂອງປະຊາຊົນພາຍໃນບ້ານ ໃນການສຸມໃສ່ຕໍ່ການອອກແຮງງານ ເພື່ອເຮັດໃຫ້ທາງເຂົ້າບ້ານ ມີຄວາມສວຍງາມ.
ຂ່າວຈາກເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ