ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນ ລະຫວ່າງ ວັນທີ 30 ພະຈິກ ຫາ 1 ທັນວາ 2017 ນີ້ ຢູ່ທີ່ ຣີສອດແຫລວຄຳປະເສີດ ເມືອງວຽງຄຳ. ແຂວງວຽງຈັນ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປະເດີມພອນ ສົມທະນີ ຜູ້ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ເຂົ້າຮ່ວມມີບັນດາກົມກ່ຽວຂ້ອງ, ຄະະນະພະແນກ ຮສສ ແຂວງ, ຫົວຫນ້າສູນປະກັນສັງຄົມຂອງແຂວງໃນທົ່ວປະເທດ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມ. ກອງປະຂຸມໄດ້ພ້ອມກັນຕີລາຄາຖອດຖອນທາງດ້ານວຽກງານວິຊາການ ໃນໄລຍະຜ່ານມາຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ໄດ້ເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດຫນ້າທີ່ໂດຍໄດ້ສຸມໃສ່ການປະຕິບັດຕົວເລກຄາດຫມາຍ ແລະ ກິດຈະກຳ ທີ່ວາງໄວ້ໃນແຜນການປະຈຳປີ ສາມາດບັນລຸຕາມແຜນທີ່ວາງໄວ້ ເຊິ່ງໄດ້ສຳເລັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານປິ່ນປົວສຸຂະພາບ ພາຍໃຕ້ລະບົບປະກັນສັງຄົມ ແລະ ພິທີເຊັນສັນຍາການບໍລິການປິ່ນປົວແບບມອບເຫມົາ ປະຈຳປີ 2017 ຮ່ວມກັບບັນດາໂຮງຫມໍ ຄູ່ສັນຍາໃນຂອບເຂດທົ່ວປະເທດ, ສໍາເລັດກອງປະຊຸມລັດຖະມົນຕີລະຫວ່າງ ກະຊວງສາທາ ເພື່ອປຶກສາຫາລືຕົກລົງກ່ຽວກັບການອຸດຫນູນປິ່ນປົວສຸຂະພາບ ຂອງພາກລັດຖະກອນ ແລະ ພາກວິສາຫະກິດ ໄປຂຶ້ນກັບຫ້ອງການປະກັນສຸຂະພາບແຫ່ງຊາດ ຂອງກະຊວງສາທາ ແລະ ໄດ້ສຳເລັດອີກຫລາຍກອງປະຊຸມ, ພ້ອມທັງໄດ້ຕິດຕາມກວດກາບັນດາໂຄງການຕ່າງໆເປັນຕົ້ນໂຄງການກໍ່ສ້າງ, ສ້ອມແປງຫ້ອງການ, ສູນບໍລິການກອງທຶນປະກັນສັງຄົມບັນດາແຂວງຕ່າງໆພ້ອມທັງລົງຕິດຕາມຊຸກຍູ້ບັນດາສູນບໍລິການກອງທຶນປະກັນສັງຄົມເພື່ອສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະແຕ່ລະວຽກງານຢ່າງເປັນລະບົບໂດຍສະເພາະວຽກງານເງິນອຸດຫນູນ,ລະບົບຂໍ້ມູນຂ່າວສານການແພດ ແລະ ວຽກງານທະບຽນ-ເງິນສົມທົບ ພ້ອມກັນນັ້ນກໍໄດ້ເອົາໃຈໃສ່ປະຕິບັດຕົວເລກຄາດຫມາຍສູ້ຊົນໃນການລົງເຄື່ອນໄຫວປະຊາສຳພັນວຽກງານກອງທຶນປະກັນສັງຄົມໃຫ້ບັນດາອົງການຈັດຕັ້ງຂອງລັດ ແລະ ຫົວຫນ່ວຍວິສາຫະກິດໃນຂອບເຂດທົ່ວປະເທດໄດ້ທັງຫມົດ 669 ຄັ້ງເທົ່າກັບ 84% ຂອງແຜນການປີ, ຂຶ້ນທະບຽນຫົວຫນ່ວຍວິສາຫະກິດໃຫມ່ໄດ້ທັງຫມົດ 161 ຫົວຫນ່ວຍ ເທົ່າກັບ 54% ຂອງແຜນການປີ ແລະ ຂຶ້ນທະບຽນພະນັກງານ-ລັດຖະກອນ ແລະ ຜູ້ອອກແຮງງານໃນຫົວຫນ່ວຍວິສາຫະກິດໃຫມ່ໄດ້ທັງຫມົດ 27.925 ຄົນ ເທົ່າກັບ 57% ຂອງແຜນການປີ ຮອດປະຈຸບັນມີຜູ້ປະກັນຕົນທີ່ຂຶ້ນທະບຽນ ແລະ ຈ່າຍເງິນສົມທົບທັງຫມົດ 287.141 ຄົນ, ຈາກພາກລັດ 181.221 ຄົນ, ພາກວິສາຫະກິດ 100.509 ຄົນ ແລະ ຜູ້ສະຫມັກໃຈ 5.411 ຄົນ ດ້ານລາຍຮັບຂອງກອງທຶນປະກັນສັງຄົມແມ່ນສາມາດເກັບລາຍຮັບໄດ້ ທັງຫມົດ ( 1 ພັນ 144 ຕື້ 500 ລ້ານກວ່າກີບ) ເທົ່າກັບ 90% ຂອງແຜນການປີ ແລະ ດ້ານລາຍຈ່າຍປະຕິບັດໄດ້ ( 1 ພັນ 39 ຕື້ 300 ກວ່າລ້ານກີບ) ເທົ່າກັບ 81 % ຂອງແຜນການປີ ໃນໄລຍະຜ່ານມາກອງທຶນປະກັນສັງຄົມແຫ່ງຊາດ ໄດ້ໃຫ້ການຄຸ້ມຄອງດ້ານການປິ່ນປົວສຸຂະພາບແກ່ຜູ້ປະກັນຕົນ ແລະ ສະມາຊິກຄອບຄົວທີ່ເກີດສິດປິ່ນປົວ ທັງຫມົດ 664.803 ຄົນ ເທົ່າກັບ 90,54% ຂອງແຜນການ
ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ