ທ້າຍເດືອນພະຈິກ 2017 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ. ໄດ້ເປີດກອງປະຊຸມເຜີຍແຜ່ ລັດຖະບັນຍັດ ວ່າດ້ວຍ ຄ່າທໍານຽມທາງ ວິທີການສໍາລະດ້ວຍເຄື່ອງມືທີ່ທັນສະໄໝ ແລະ ການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານ ຄ່າບໍລິການທາງດ້ານວິຊາການ ແລະ ກອງທືນລັດ ປີ 2017. ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມ ໂດຍແມ່ນ ທ່ານ ຄໍາແສນ ມະນີວົງ ຮອງເຈົ້າແຂວງໆຊຽງຂວາງ, ເຂົ້າຮ່ວມມີບັນດາຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ ແລະ ແຂກຖືກເຊີນມາຈາກບັນດາຫ້ອງການອ້ອມຂ້າງ ແຂວງ-ເມືອງ ເຂົ້າຮ່ວມ.
ຈຸດປະສົງ ໃນການຈັດກອງປະຊຸມຄັ້ງນີ້: ເພື່ອເຮັດໃຫ້ບັນດາທຸກພາກສ່ວນ ໄດ້ຮັບຮູ້ກ່ຽວກັບຄ່າທໍານຽມທາງ, ຂັ້ນຕອນການສໍາລະ ການຮັບສະຕິກເກີ່ ຄ່າທໍານຽມທາງ ແລະ ຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານ ຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ສົກປີ 2017. ໃນກອງປະຊຸມໄດ້ຜ່ານ ລັດຖະບັນຍັດ ເລກທີ 001/ ປປທ ວ່າດ້ວຍຄ່າທໍານຽມທາງ ໂດຍກໍານົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການກໍານົດຄ່າທໍານຽມທາງປະຈໍາປີ ເພື່ອຄຸ້ມຄອງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ. ພ້ອມກັບຜ່ານຄູ່ມື ຂັ້ນຕອນການຊໍາລະ ແລະ ການຮັບສະຕິກເກີ່ ຄ່າທໍານຽມ, ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງປະຕິບັດພັນທະເສຍຄ່າທໍານຽມທາງ ປະຈໍາປີ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ປະຕິບັດໃຫ້ມີປະສິດທິຜົນສູງ. ໂອກາດດຽວກັນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສົນທະນາ ສອບຖາມບັນຫາສໍາຄັນທີ່ຍັງຄົງຄ້າງກ່ຽວກັບຄ່າທໍານຽມ ພາຫະນະຕ່າງໆ. ຕອນທ້າຍກອງປະຊຸມ ຮອງເຈົ້າແຂວງໆຊຽງຂວາງ. ໄດ້ໂອ້ລົມ ແລະ ປະກອບຄໍາຄິດເຫັນເຊິ່ງທ່ານໄດ້ເນັ້ນໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ຕ້ອງເບິ່ງຄືນບັນຫາທີ່ຍັງຄົງຄ້າງ ເປັນຕົ້ນແມ່ນລົດ ທີ່ບໍ່ມີປ້າຍ, ບໍ່ມີທະບຽນ. ທັງໝົດນີ້ຕ້ອງເປັນເອກະພາບກັນ ພາຍໃນແຂວງ, ບັນດາຫ້ອງການໂຍທາເມືອງ, ຫ້ອງການ ປກສ ເມືອງ ແລະ ບັນດາກຸ່ມບ້ານຕ່າງໆ. ຕ້ອງປະຕິບັດໃຫ້ຖຶກຕ້ອງຕາມລະບຽບຫຼັກການ - ກົດໝາຍຢ່າງເຂັ້ມງວດ. ເພາະທັງໝົດແມ່ນການຄຸ້ມຄອງຄົນຢູ່ພາຍໃນສັງຄົມ. ຕົ້ນຕໍແມ່ນບັນດາພະນັກງານສະມາຊິກພັກຕ້ອງພ້ອມກັນເປັນເຈົ້າການ ໃນການແກ້ໄຂບັນຫາທີ່ຍັງຄ້າງຄາ ແລະ ຍຸ້ງຍາກ ໃຫ້ນັບມື້ດີຂື້ເປັນກ້າວໆ.
ຂ່າວຈາກແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ