ເພື່ອປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ທີ່ໄດ້ກຳນົດໜ້າທີ່ ແລະ ວຽກງານຈຸດສຸມສໍາລັບວຽກງານການພັດທະນາກະສິກຳ ແລະ ປ່າໄມ້ ໄປສູ່ກະສິກຳແບບປະສົມປະສານ, ຕິດພັນກັບກຳລັງແຮງຂອງກົນໄກການຕະຫຼາດຫັັນເປັນອຸດສາຫະກຳທີ່ທັນສະໄໝ, ຕິດພັນກັບການຂະຫຍາຍຕົວຂອງຊຸມຊົນ ແລະ ການສ້າງເປັນຕົວເມືອງນ້ອຍໃນຊົນນະບົດ, ນຳໃຊ້ທ່າແຮງຂອງແຕ່ລະທ້ອງຖິ່ນບວກກັບການລົງທຶນທັງພາຍໃນແລະຕ່າງປະເທດ, ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ກໍ່ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊົນລະປະທານທີ່ໄດ້ກຳນົດເອົາວັນທີ 3 ພະຈິກ ຂອງທຸກໆປີໃຫ້ເປັນວັນຊົນລະປະທານແຫ່ງຊາດ.
ສະນັ້ນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພະລານໄຊ ຮ່ວມກັບກຸ່ມຊາວນາໂຄງການພະນົມໄຊ ກໍ່ຄືປະຊາຊົນເມືອງພະລານໄຊ ໄດ້ຈັດພິທີເປີດນຳໃຊ້ນໍ້າຊົນລະປະທານ ສຳລັບການຜະລິດລະດູແລ້ງຢູ່ທີ່ບ້ານພະນົມໄຊ, ເມືອງພະລານໄຊ, ແຂວງສະຫວັນນະເຂດ. ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13, ທັງເປັນຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້, ມີທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານເຈົ້າເມືອງໆພະລານໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໂຄງການຊົນລະປະທານຈັກສູບນໍ້າບ້ານພະນົມໄຊ ໄດ້ເລີ່ມລົງ ມືກໍ່ສ້າງໃນເດືອນ 10 ປີ 1998 (ໄລຍະເລັ່ງລັດ) ໃນໄລຍະນັ້ນພາກສ່ວນລັດແມ່ນໄດ້ຕິດຕັ້ງລະບົບຫົວງານ, ສ່ວນລະບົບຄອງເໝືອງແມ່ນປະຊາຊົນຂຸດເອົາເອງ ຈຶ່ງມີຄວາມຫຍຸ້ງຍາກໃນການແຈກຢາຍນໍ້າ ແລະ ຕົ້ນທຶນການຜະລິດກໍ່ສູງ. ມາຮອດປີ 2016 ທາງພັກລັດກໍ່ຄືກົມຊົນລະປະທານ, ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງໄດ້ຟື້ນຟູ-ປັບປຸງລະບົບຫົວງານ ແລະຄອງເໝືອງຄືນໃໝ່ໄປຕາມທິດຫັນເປັນທັນສະໄໝເທື່ອລະກ້າວ ໂດຍໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB) ໂດຍແມ່ນບໍລິສັດໜູຄໍາກໍ່ສ້າງ ແລະ ບໍລິສັດໄຊຍະເສນກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າ ( 1 ລ້ານ 4 ແສນໂດລາສະຫະລັດ) ແລະ ໄດ້ສໍາເລັດການກໍ່ສ້າງໃນເດືອນພຶດສະພາ ປີ 2017. ເຊິ່ງມີຈັກສູບນໍ້າ 3 ເຄື່ອງ ຂະໜາດ 75 ກິໂລວັດ, ມີຄອງສົ່ງນໍ້າ 11 ເສັ້ນ ເຮັດດ້ວຍເບຕົງເສີມເຫຼັກ ມີຄວາມ ຍາວ 7,6 ກິໂລແມັດ, ຄອງເໝືອງຍາວ 6,5 ກິໂລແມັດ, ຄອງລະບາຍນໍ້າຍາວ 3 ກິໂລແມັດ, ສາມາດຫົດເນື້ອທີ່ການຜະລິດໄດ້ 250 ເຮັກຕາ
ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລັ່ນຄ້ອງ 9 ບາດ ແລະ ໄດ້ຕັດແຖບຜ້າເພື່ອເປັນສິລິມຸງຄຸນ. ພາຍຫຼັງສຳເລັດພິທີເປີດນໍ້າຊົນລະປະທານແລ້ວ ກໍ່ໄດ້ສັກຢາວັກຊິນກັນພະຍາດສັດ ເຊັ່ນ: ກັນອະຫິວາ ແລະ ນິວຄັດເຊິນ ໃຫ້ແກ່ສັດລ້ຽງ ແລະ ຍັງໄດ້ໄປເບິ່ງການສາທິດເຕັກນິກການປູກເຂົ້າແບບປະຫຍັດຕົ້ນທຶນ ເຊັ່ນ: ການປູກເຂົ້າແບບນາຍອດແຫ້ງ, ຍອດປຽກ, ນາຫວ່ານ ຫລື ພົ້ນ ໂດຍນໍາໃຊ່ເຄື່ອງຈັກທັນສະໄຫມ.
Editor: ກຳປານາດ ລັດຖະເຮົ້າ