ເມືອງຫົງເຮີ ແຂວງຢຸນນານ ສປ ຈີນ ໄດ້ຈັດຂຶ້ນຢູ່ທີ່ປົກຄອງເມືອງໄຊທານີ ນະຄອນຫລວງວຽງຈັນ ໃນວັນທີ 5 ທັນວາ 2017 ລະຫວ່າງ ທ່ານ ຈັນທາລາ ອິນທະລັງສີ ເຈົ້າເມືອງໄຊທານີ ແລະ ທ່ານ ຢາງຈິນວ້ານ ຮອງເຈົ້າເມືອງຫົງເຮີ ໂດຍມີພະນັກງານສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ການສ້າງເມືອງມິດຕະພາບຈະເປັນການຊຸກຍູ້ ແລະ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງຝ່າຍໃຫ້ນັບມື້ສູງຂຶ້ນ ເປັນການເພີ່ມທະວີການແລກປ່ຽນທາງດ້ານວັດທະນະທຳຄີດຄອງປະເພນີ ເຊິ່ງກັນ ແລະ ກັນ ໃຫ້ກ້ວາງຂວາງກວ່າເກົ່າ ນອກນີ້ ທັງສອງເມືອງ ຍັງມີທ່າແຮງທີ່ຈະພັດທະນາ ແລະ ແລກປ່ຽນບົດຮຽນນຳກັນຫຼາຍດ້ານເຊັ່ນ: ເສດຖະກິດການຄ້າ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ.
ຮອງເຈົ້າເມືອງຫົງເຮີ ຍັງກ່າວໃນການພົບປະວ່າ: ສອງເມືອງຄວນຮ່ວມມືກັນໃນສາມດ້ານຄື: ດ້ານກະສິກຳ ຕ້ອງຂຸດຄົ້ນທ່າແຮງທາງດ້ານກະສິກຳ ເພື່ອສ້າງເປັນເສດຖະກິດ ໂດຍມີການແລກປ່ຽນສິນຄ້າກະສິກຳ ເຊິ່ງກັນ ແລະ ກັນ ໃນນັ້ນ ເມືອງຫົງເຮີ ຈະສົ່ງອອກສິນຄ້າປະເພດເຂົ້າ, ຊີ້ນໝູ ແລະ ຊີ້ນງົວ. ສ່ວນເມືອງໄຊທານີ ອາດຈະສົ່ງອອກເຂົ້າ, ໄມ້ແກະສະຫລັກ ແລະ ສິນຄ້າໂອດ໋ອບ ນອກນັ້ນ ແມ່ນການຮ່ວມມືພົວພັນທາງດ້ານວັດທະນະທຳ ຮີດຄອງປະເພນີຂອງສອງເມືອງ ໂດຍສະເພາະ ດົນຕີ ແລະ ສິລະປະ ທີ່ເປັນເອກະລັກຂອງຊົນເຜົ່າ.
ເຊິ່ງການມາຢ້ຽມຢາໃນຄັ້ງນີ້ເມືອງຫົງເຮີ ກໍ່ໄດ້ນໍາເອົາສິລະປະມາສະແດງຢູ່ເມືອງໄຊາທານີ ເພື່ອເປັນການໂຄສະນາເຜີຍແຜ່ວັດທະນະທຳຂອງເມືອງຫົງເຮີ ໃຫ້ອອກສູ່ຕ່າງປະເທດ. ອີກດ້ານໜຶ່ງຂອງການຮ່ວມມືແມ່ນທາງດ້ານການຄ້າ ທີ່ຈະມີການຮ່ວມມືເລິກເຊິ່ງຍິ່ງຂຶ້ນ ພ້ອມນີ້ ຍັງຍິນດີໃຫ້ເມືອງໄຊທານີ ໄປຖອດຖອນບົດຮຽນດ້ານການສຶກສາຢູ່ເມືອງຫົງເຮີ ອີກດ້ວຍ.
Editor: ດາວໄຊ ສີວິໄລ