ງານວາງສະແດງຜະລິດຕະພັນ (ເຟີນີເຈີ) ໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ມີຈຳນວນຫ້ອງວາງສະແດງ-ວາງຂາຍສິນຄ້າ ລວມທັງໝົດ 300 ກວ່າຫ້ອງ ທີ່ຍືນເຈດຈຳນົງເຂົ້າມາຈັບຈອງ, ຄາດມູນຄ່າການຈໍລະຈອນຊື້-ຂາຍສິນຄ້າລວມທັງໝົດໃນງານ ມີປະມານ 50 ຕື້ກີບ, ຄາດຈະມີການ ຊື້-ຂາຍ ໄດ້ປະມານ 80%.
ທາງດ້ານທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ເປີດເຜີຍກ່ອນຈະມີການຈັດງານຖະແຫລງຂ່າວຢ່າງເປັນທາງການໃນມໍ່ໆນີ້ວ່າ: ງານວາງສະແດງໃນຄັ້ງນີ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ ແລະ ໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ລັດຖະບານໄດ້ວາງໄວ້ນັ້ນ, ເພື່ອເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນ ຕາມທີ່ສັງຄົມປັດຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີໄມ້ລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕົງຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພຫວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມອີກໃນອະນາຄົດ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມເຟີນີເຈີໄມ້ລາວ. ທັງນີ້ ກໍ່ເພື່ອເປັນການໂຄສະນາສິນຄ້າເຟີນີເຈີໄມ້ລາວເຮົາ ເປັນການແລກປ່ຽນບົດຮຽນ ແລະ ປະສົບການດ້ວຍກັນຂອງນັກທຸລະກິດຫົວໜ່ວຍການຜະລິດເຟີນີເຈີ ທີ່ເຮັດໃຫ້ມີຜະລິດຕະພັນເຟີນີເຈີໄມ້ລາວອອກມາຮັບໃຊ້ສັງຄົມ ພ້ອມທັງ ເປັນການສະແດງຜົນງານຜະລິດຕະພັນເຟີນີເຈີຕົນເອງ ທີ່ໄດ້ໃຊ້ຫົວຄິດປະດິດສ້າງຂຶ້ນມາ ໂດຍໃຊ້ນາຍຊ່າງທີ່ມີຄວາມຊຳນິຊຳນານ, ຄວາມປະນິດທີ່ສວຍງາມ ສາມາດສ້າງໄດ້ຫຼາກຫຼາຍຜະລິດຕະພັນ ໃຫ້ທ່ານສາມາດເລືອກຊື້ ແລະ ຊົມໄດ້.
ງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ໄດ້ເປີດຂຶ້ນໃນວັນທີ 13-21 ມັງກອນ 2018 ທີ່ສູນການຄ້າລາວ-ໄອເຕັກຕຶກເກົ່າ, ຊຶ່ງເປັນການຮ່ວມມືກັນລະຫວ່າງ ສະມາຄົມເຟີນິເຈີລາວ, ກົມສົງເສີມການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍ ສູນການຄ້າລາວ-ໄອເຕັກ.
Editor: ຕະວັນ ແສງສະຫວັນ