ໃນລະຫວ່າງ ວັນທີ 30 ພະຈິກ-1 ທັນວາ 2017 ນີ້, ທີ່ທ່າລາດ, ແຂວງວຽງຈັນ, ໄດ້ຈັດກອງປະຊຸມກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ວຽກງານກອງທຶນປະກັນສັງຄົມແຫ່ງຊາດ ປະຈຳປີ 2017 ແລະ ທິດທາງແຜນປີ 2018 ຂື້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປະເດີມພອນ ສົນທະນີ ຜູ້ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ, ມີບັນດາຫົວໜ້າກົມ, ບັນດາສູນບໍລິການທົ່ວປະເທດ,ພະນັກງານວິຊາການກອງທຶນປະກັນສັງຄົມ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມທັງໝົດໄດ້ຮັບຟັງການສະຫຼຸບລາຍງານ ໃນການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສັງຄົມປະຈຳປີ 2017, ດ້ານດີດ້ານອອ່ນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ພ້ອມກັນກຳນົດທິດທາງແຜນການ, ຕົວເລກຈຸດສຸມປີ 2018, ຈາກນັ້ນ ຜູ້ເຂົ້າຮວ່ມ ຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນບາງບັນຫາ ເພື່ອຄວາມເປັນເອກະພາບໃນຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໃນໂອກາດກອງປະຊຸມຄັ້ງນີ້, ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງ ຮສສ ກໍໄດ້ໃຫ້ກຽດໂອ້ລົມ, ຊຶ່ງທ່ານໄດ້ເນັ້ນໜັກບາງບັນຫາທີສຳຄັນ ດັ່ງນີ້: ລະບົບປະກັນສັງຄົມຊຶ່ງແມ່ນພາລະກິດຫລັກ ທີ່ໄດ້ກຳນົດແຈ້ງໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມຂອງພວກເຮົາ, ພ້ອມກັນ ຈັດຕັ້ງປະຕິບັດໃຫ້ສໍຳເລັດຕາມລະດັບຄາດໝາຍ, ອົງການຈັດຕັ້ງແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ການສຶກສາອົບຮົມດ້ານການເມືອງແນວຄິດ, ຂະຫຍາຍອັດຕາປົກຄຸມລະບົບປະກັນສັງຄົມ ແລະ ການບໍລິການປິ່ນປົວສຸຂະພາບ ໃຫ້ຜູ້ປະກັນຕົນ ຂັ້ນແຂວງລົງຮອດເມື່ອງ, ບ້ານ , ອອກຂ່າວການໂຄສະນາ ປະຊາສຳພັນ ຕາມບັນດາສື່ຕ່າງໆ, ຂົນຂວາຍ ບວກໃສ່ການປະສານສົມທົບກັບອົງການລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຊຸກຍູ້, ຜັກດັນ ຫລື ໃຊ້ມາດຕະການບັງຄັບກຸ່ມເປົ້າໝາຍ ໃຫ້ເຂົ້າສູ່ລະບົບປະກັນສັງຄົມ, ພ້ອມນີ້, ກໍຕ້ອງມີແບບແຜນການເຮັດວຽກແບບໃໝ່, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ , ກະຊວງ, ແຂວງ ແລະ ຍາດແຍ່ງການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ເພື່ອເຮັດໃຫ້ວຽກງານ ເຄື່ອນໄຫວໄປຕາມ ພາລະບົດບາດ, ໜ້າທີ່, ແລະ ຕາມແຜນການທີ່ໄດ້ກໍານົດໄວ້ໃຫ້ສຳເລັດຜົນໃນຊຸມປີຕໍ່ໜ້າ.
Editor: ຂ່າວສານແຮງງານສະຫວັດດີການ ແລະ ສັງຄົມ