ລັດຖະບານ ປະເມີນວ່າ ປີ 2017 ທີ່ໃກ້ຈະສິ້ນສຸດນີ້ ເສດຖະກິດ ຄາດວ່າຈະເຕີບໂຕໄດ້ໃນລະດັບ 6,83% (ແຜນປີ 7%), ລວມຍອດຜະລິດຕະພັນພາຍໃນຫຼື GDP ສະເລ່ຍຕໍ່ຫົວຄົນໝົດປີຄາດຈະບັນລຸໄດ້ 2.472 ໂດລາຕໍ່ຄົນຕໍ່ປີ.
ເພື່ອສືບຕໍ່ຊຸກຍູ້ເສດຖະກິດມະຫາພາກ ເຕີບໂຕໃນລະດັບ 7% ໃນປີ 2018 ໃຫ້ມີທ່າຂະຫຍາຍ ຕົວຢ່າງ
ຕໍ່ເນື່ອງແຂງແຮງ ລວມທັງການດຶງດູດ ແລະ ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ; ລັດຖະບານ ໄດ້ມີທິດທາງ, ກົນໄກທີ່ຈະເລັ່ງປະຕິບັດນະໂຍບາຍ 3 ເປີດ ຄື: ເປີດປະຕູ, ເປີດສິ່ງກີດຂວາງ ແລະ ເປີດໃຈ. ຂະນະດຽວກັນຍັງເນັ້ນໃສ່ ປັບປຸງແກ້ໄຂບັນດາຫົວໜ່ວຍທຸລະກິດ ໃຫ້ມີຄວາມເຂັ້ມແຂງ ຫາກທຸລະກິດໃດຍັງບໍ່ສາມາດປັບປຸງແກ້ໄຂຂໍ້ບົກພ່ອງອາດຈະຖືກຍົກເລີກໃນທີ່ສຸດ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕອບຄຳຊັກຖາມຂອງ ສສຊ ໃນກອງປະຊຸມສະໄຫມ
ສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ VIII ວ່າ: ລັດຖະບານ ໄດ້ຖືສຳຄັນໃນການດຶງດູດການລົງທຶນ ຂອງພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເປັນພາກສ່ວນສຳຄັນ ເພື່ອຄ້ຳຈູນເສດຖະກິດແຫ່ງຊາດ ໃຫ້ສືບຕໍ່ມີກຳລັງແຮງຕໍ່ໄປ ຕາມແນວທາງປ່ຽນແປງໃໝ່ ຂອງພັກເຮົາ.
ລັດຖະບານ ເຫັນບັນດາຂໍ້ຄົງຄ້າງ, ຈຸດບົກພ່ອງຂອງກົນໄກ, ກົງຈັກບຸກຄົນທີ່ຮັບຜິດຊອບວຽກນີ້ແລ້ວ ແລະ ປີທີ່ຜ່ານມາໄດ້ມີຄວາມຕັ້ງໃຈ, ມີຄວາມຕັດສິນໃຈ ເຂົ້າສູ່ການປັບປຸງປ່ຽນແປງໃຫ້ດີຂຶ້ນ ເຊິ່ງການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ຄຸ້ມຄອງການລົງທຶນ ໃຫ້ມີຄວາມຮັດກຸມ, ເປີດກວ້າງອອກຕື່ມ, ສ້າງຕັ້ງກົນໄກ ໃໝ່: ຄະນະກຳມະການຄຸ້ມຄອງການລົງທຶນຂັ້ນສູນກາງ (ທລທສ), ຄະນະກຳມະການຄຸ້ມຄອງລົງທຶນຂັ້ນແຂວງ (ຄລທຂ), ຫັນເອົາ ກົມສົ່ງເສີມການລົງທຶນ ຂອງກະຊວງແຜນການ ແລະ ການລົງທຶນເປັນກອງເລຂາປະຈຳ (ຄລທສ), ແຂວງກໍ່ຈະປະຕິບັດຄືກັນກັບ ຄລທສ; ມອບໃຫ້ຮອງນາຍົກເປັນປະທານ, ປະກອບດ້ວຍພາກສ່ວນກ່ຽວຂ້ອງ ປະຊຸມກັນເປັນປະຈຳ; ຕົກລົງຮັບຮອງ, ອະນຸມັດການລົງທຶນໃຫ້ໄວຂຶ້ນ ແກ້ບັນດາຂອດອຸດຕັນ ທີ່ເປັນຢູ່ປັດຈຸບັນໃຫ້ຕົກໄປ.
ທ່ານຍັງກ່າວຕື່ມວ່າ: ໄດ້ລົງໃກ້ຊິດກັບນັກທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຢ່າງເປັນປະຈຳ ໂດຍການໄດ້ປະກາດນະໂຍບາຍ 3 ເປີດ ຂອງລາວ ຄື: 1: ເປີດປະຕູ; 2: ເປີດສິ່ງກີດຂວາງ ແລະ 3: ເປີດໃຈ. ສຳລັບ ເປີດທີ 1 ແລະ ທີ 3 ແມ່ນສາມາດເຮັດໄດ້ແລ້ວ ແຕ່ຍັງຕິດຂັດ ເປີດທີ 2 (ເປີດສິ່ງກີດຂວາງ ກຳລັງເຮັດ, ຝືດເຄືອງ, ຫຍຸ້ງຍາກ, ທ້າທາຍ...) ແຕ່ລັດຖະບານກໍ່ຈະສູ້ໃຫ້ເປັນຈິງ ເພື່ອນຳເອົາລຳດັບການຈັດອັນດັບຕົວຊີ້ວັດການເຮັດທຸລະກິດຢູ່ລາວ “ຄວາມງ່າຍ ໃຫ້ດີຂຶ້ນ, ຄວາມຍາກໃຫ້ຫຼຸດລົງ”
Editor: ລາວອັບເດດ