ເຈົ້າໜ້າທີ່ຈາລະຈອນ ກອງບັນຊາການ ປກສ ເມືອງປາກທາ, ແຂວງບໍ່ແກ້ວ ໄດ້ລັດລົດ ປາຣາໂດ ສີປອນເງີນ ໝາຍເລກທະບຽນ ກຈ 2222 ບໍ່ແກ້ວ ຂັບຂີ່ໂດຍ ທ້າວ ແສງທອງ ສຸກບົວຄຳ ອາຍຸ 43 ປີ ອາຊີບຄ້າຂາຍ ຢູ່ບ້ານມ່ວງແກ້ວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແລະ ລົດແລນຄູເຊີ ສີຂາວໝາຍເລກທະບຽນ ກກ 0999 ບໍ່ແກ້ວ ຂັບຂີ່ໂດຍ ທ້າວ ຕຸ້ຍ ແກ້ວວົງໃສ ອາຍຸ 35 ປີ ອາຊີບພະນັກງານ ຢູ່ບ້ານຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ແລະ ທ້າວ ຕຸ້ຍ ຊົມພູ ຢູ່ບ້ານຂອນແກ້ວ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຂີ່ມານຳ ເຈົ້າໜ້າທີ່ຈຶ່ງໄດ້ຂໍອະນຸຍາດກວດຄົ້ນແຕ່ພວກກ່ຽວບໍ່ຍອມໃຫ້ກວດຄົ້ນ ຈາກນັ້ນ ທ້າວ ຕຸ້ຍ ແກ້ວວົງໃສ ໄດ້ຂັບລົດຜ່າດ່ານໄປ ເຈົ້າໜ້າທີ ກໍ່ໄດ້ຂີ່ລົດໄລ່ນຳໄປປະມານ 10 ນາທີກໍ່ ເຫັນລົດຄັນດັ່ງກ່າວກັບຄືນມາ ເຈົ້າໜ້າທີ່ຂອງຈື່ງໄດ້ກັກຕົວ ທ້າວ ຕຸ້ຍ ແກ້ວວົງໃສ ແລະ ທ້າວ ແສງທອງ ໄວ້, ສ່ວນທ້າວ ຕຸ້ຍ ຊົມພູ ແມ່ນໄດ້ເອົາຕົວລົບໜີ.
ຈາກນັ້ນ, ເຈົ້າໜ້າທີ່ຈື່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາເຂດພື້ນທີ່ບໍລິເວນທີ່ລົດຄັນດັ່ງກ່າວກັບມາ ໄດ້ພົບເຫັນເປົາເປ້ບາໂລທະຫານ ຈຳນວນ 6 ເປົາ, ມາກວດສອບໂດຍຊ່ອງໜ້າທ້າວ ຕຸ້ຍ ແກ້ວວົງໃສ ແລະ ທ້າວ ແສງທອງ ຜ່ານການກວດສອບເຫັນວ່າມີຢາເສບຕິດ ປະເພດເຮໂລອິນຈຳນວນ 60 ແທ່ງ ນ້ຳ ໜັກ 23,5 ກິໂລ, ຢາບ້າຈຳນວນ 90 ມັດເທົ່າກັບ 180.000 ເມັດ ແລະ ຢາໄອສ ຈຳນວນ 104 ຫໍ່ນ້ຳໜັກ 109 ກິໂລ, ແລະ ໄດ້ນຳຕົວພວກກ່ຽວມາດຳເນີນການສືບສວນ-ສອບສວນ
ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນພວກກ່ຽວແມ່ນຍັງໃຫ້ການປະຕິເສດບໍ່ຮູ້ບໍ່ເຫັນຕໍ່ກັບຢາເສບຕິດຈຳນວນດັ່ງກ່າວ, ຕໍ່ກັບບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ຂອງພວກເຮົາ ຈະໄດ້ສືບສວນ-ສອບສວນ ແລະ ນຳຕົວພວກຄ້າຢາເສບຕິດລາຍນີ້ມາລົງໂທດຕາມລະບຽບກົດໝາຍຕໍ່ໄປ.
Editor: ຂ່າວແຂວງບໍ່ແກ້ວ