ສູນກາງສະຫະພັນແມ່ຍິງລາວ ໄດ້ຈັດຕັ້ງປາຖະກະຖາວັນມະຫາປະຕິວັດ ເດືອນຕຸລາ ຣັດເຊຍ ຄົບຮອບ 100 ປີ ຊຶ່ງໄດ້ຈັດຂຶ້ນໃນເມື່ອບໍ່ດົນນີ້ ທີ່ຫ້ອງປະຊຸມສູນກາງສະຫະພັນແມ່ຍິງລາວ ໃຫ້ກຽດປາຖະກະຖາ ໂດຍທ່ານ ປອ ຄຳໝັ້ນ ຈັນທະລັງສີ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ມີບັນດາຮອງປະທານ, ຫ້ອງການ, ຄະນະກົມ, ສູນ, ຄະນະກຳມາທິການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ເດັກ, ບໍລິສັດລັດວິສາຫະກິດຝ້າຍລາວ ແລະ ພະນັງານທົ່ວສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມ.
ທ່ານ ປອ ຄໍາໝັ້ນ ຈັນທະລັງສີ ກ່າວບາງຕອນວ່າ: ວັນທີ 7 ພະຈິກ ປີ 1917 ການປະຕິວັດ ເດືອນຕຸລາ ໄດ້ເກີດຂຶ້ນ ມັນບໍ່ແມ່ນເຫດການແບບບັງເອີນ ແຕ່ມັນແມ່ນກົດເກນທີ່ຕ້ອງເປັນໄປຂອງສັງຄົມມະນຸດ, ມັນເປັນການໄຂສັງກາດໃໝ່ ໃຫ້ແກ່ມວນມະນຸດ ໃນການຂ້າມຜ່ານໄປສູ່ລະບອບໃໝ່ ລະບອບສັງຄົມນິຍົມ, ການປະຕິວັດເດືອນຕຸລາສຳເລັດຜົນ ໄດ້ເກີດມີລັດຂອງຊົນຊັ້ນກຳມະກອນ ແລະ ຊາວນາເປັນຄັ້ງທຳອິດໃນໂລກ, ແມ່ນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ລະບອບກົດຂີ່ຂູດຮີດຄົນໄດ້ຖືກລົບລ້າງຢ່າງສິ້ນເຊີງ.
ເຖິງແມ່ນວ່າສະຫະພາບໂຊຫວຽດ ແລະ ເອີຣົບຕາເວັນອອກ ລົ້ມສະຫຼາຍ ແຕ່ປະຊາຊົນສ່ວນໃຫຍ່ຢູ່ປະເທດເຫຼົ່ານັ້ນ ກໍຍັງຈົດຈຳຄຸນຄ່າຂອງລັດທິສັງຄົມນິຍົມ ແລະ ການປະຕິວັດເດືອນຕຸລາ. ສຳລັບ ຢູ່ ສປປ ລາວ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ໃນພາລະກິດກ້າວເດີນໄປສູ່ ສັງຄົມນິຍົມ ໄດ້ມີຄວາມສະດຸ້ງໄວ, ຮູ້ຈັກຈຸດດີທີ່ຖືກຕ້ອງ ແລະ ຮູ້ຈັກຈຸດອ່ອນທີ່ຄົງຄ້າງຂອງຕົນ, ທ່ານ ໄກສອນ ພົມວິຫານ ໄດ້ມີແນວຄິດລິເລີ່ມ ປ່ຽນແປງໃໝ່, ມາຮອດປີ 1986 ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ຈຶ່ງໄດ້ກາຍເປັນແນວທາງປ່ຽນແປງໃໝ່ ຊຶ່ງກ່ອນອື່ນ ແມ່ນປ່ຽນແປງທາງ ດ້ານຈິນຕະນາການ, ເສດຖະກິດ, ການປ່ຽນໃໝ່ມີຫຼັກການ, ມີທິດນຳທີ່ຊັດເຈນ ແລະ ໄດ້ກຳນົດ ຫຼັກການຢຶດໝັ້ນລັດ ທິມາກ-ເລນິນ, ຢຶດໝັ້ນສັງຄົມ ນິຍົມຢ່າງຈະແຈ້ງ.
Editor: ດາວໄຊ ສີວິໄລ