ເມື່ອບໍ່ດົນມານີ້ ທ່ານ ດຣ ບູນຈ້ອງ ກິດຕິຄູນ ຕາງໜ້າອົງງການເຊີບທູຢູ ຈາກຮົງກົງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ ໄດ້ສົບທົບກັບສະຫະພັນນແມ່ຍິງແຂວງຫົວພັນ ແລະ ສະຫະພັນແມ່ຍິງເມືອງຊຳໃຕ້ ໂດຍສະເພາະໜ່ວຍງານສົ່ງເສີມຄວາມກ້າວໜ້າແມ່ຍິງເມືອງ ຊໍາໃຕ້ ໄດ້ນຳເອົາ ເຄື່ອງນຸ່ງຫົ່ມ, ອຸປະກອນກິລາ, ອຸປະກອນການສຶກສາ ແລະ ເກືອກີນ ມາມອບໃຫ້ຄອບຄົວທຸກຍາກ ໃນ 3 ບ້ານ ຂອງເມືອງຊຳໃຕ້, ແຂວງຫົວພັນ ຄື: ບ້ານເມືອງເກີນ, ບ້ານເມືອງກຽນ ແລະ ບ້ານຫ້ວຍກິກ ເຊີ່ງມີທັງໝົດ 107 ຄອບຄົວ, ໃນນັ້ນແມ່ນມີຄອບຄົວຜູ້ທຸກຍາກຂາດເຂີນ ຈໍານວນ 41 ຄອບຄົວ
ເຄື່ອງທີ່ໄດ້ນຳມາຊ່ວຍເຫຼືອໃນຄັ້ງນີ້, ລວມມູນຄ່າທັງໝົດ 10 ລ້ານກີບ, ເຊີງເປັນກຽດກ່າວມອບໂດຍ ທ່ານ ດຣ ບູນຈ້ອງ ກິດຕິຄູນ ຕາງໜ້າໂຄງການເຊີບທູຢູ ຮົງກົງ ສປ ຈີນ ປະຈຳ ສປປ ລາວ, ໂດຍເຂົ້າຮ່ວມຂອງ ທ່ານ ບູນລົມ ສີເມືອງວົງ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງຫົວພັນ, ມີຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມເປັນສັກຂີພິຍານນຳ. ເຄື່ອງທີ່ນໍາມາມອບ ຄັ້ງນີ້ ເຖິງຈະບໍ່ຫລາຍ ແຕ່ກໍ່ເປັນສ່ວນຫນຶ່ງ ໃນການແບ່ງເບົາບັນເທົາທຸກ ແລະ ຫມູນໃຊ້ໃນຍາມທີ່ຈໍາເປັນ ແລະ ສິ່ງສໍາຄັນ ແມ່ນການສະແດງເຖິງຄວາມແບ່ງປັນ ນໍ້າໃຈ ສາມັກຄີ ຊ່ວຍເຫລືອ ເຊີ່ງກັນ ແລະ ກັນ
ຜ່ານມາ ບ້ານເມືອງເກີນ ກໍ່ເຕີຍໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໂດຍສະເພາະນໍ້າຊຸໄຫລ ເຮັດໃຫ້ພື້ນຖານໂຄງລາງຂອງປະຊາຊົນ ເສຍຫາຍ ຢ່າງຫລວງຫລາຍ ທັງຊັບສິນເຮືອນຊານ, ໄຮ່ນາ-ຮົ້ວສວນ ແລະ ພື້ນຖານໂຄງລາງອື່ນໆ, ແລະ ກໍ່ມີຫລາຍພາກສ່ວນຍື້ນມືເຂົ້າມາຊ່ວຍ ຢ່າງສະຫນໍາສະເຫມີ ຈົນເຮັດໃຫ້ພື້ນຖານໂຄງລາງ ໄດ້ຮັບການພື້ນພູໃນບາງສ່ວນ ແລະ ນັບມື້ນັບດີຂື້ນ.
ທີມຂ່າວ ເມືອງຊໍາໃຕ້ ແຂວງຫົວພັນ.
Editor: ກຳປານາດ ລັດຖະເຮົ້າ