ໃນວັນທີ 28 ພະຈິກ 2017 ນີ້, ຄະນະກໍາມະການບໍລິຫານງານໃຫຍ່ ກອງທືນວັກຊີນໂລກ ໄດ້ຢ້ຽມຢາມ ໂຮງໝໍເຊດຖາທິລາດ, ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍ ທ່ານ ຮອງສາດສະດາຈານ. ດຣ ຄໍາເປ ພົງສະຫວັດ ຜູ້ອໍານວຍການໃຫຍ່ໂຮງໝໍເຊດຖາທິລາດ ພ້ອມດ້ວຍຄະນະ, ການຢ້ຽມຢາມຄັ້ງນີ້ນໍາໂດຍ ທ່ານ ເຊັດ ບັກ ເລ ຮອງປະທານກອງທືນວັກຊີນໂລກ ພ້ອມດ້ວຍຄະນະ.
ໃນພິທີໄດ້ມີການກ່າວຕ້ອນຮັບ ແລະ ລາຍງານການ ສະພາບລວມ ແລະ ພາລະບົດບາດຂອງ ຂອງໂຮງໝໍເຊດຖາທິລາດ ແລະ ນໍາສະເໝີ ໂຄງການມະເຮັງປາກມົດລູກ ສິ່ງທ້າທ້າຍ ແລະ ຄວາມສໍາຄັນຂອງວັກຊີນມະເຮັງປາກມົດລູກ, ພ້ອມນັ້ນຍັງໄດ້ມີການສົນທະນາ ປຶກສາຫາລື ແລກປ່ຽນບົດຮຽນ ລະຫວ່າງ 2 ຝ່າຍ ເພື່ອເປັນທິດທາງ ການຈັດຕັ້ງປະຕິບັດ ວຽກງານວັກຊີນ ຂອງໂຮງໝໍໃນອານາຄົດ .
ຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ເພື່ອຕິດຕາມ ການຈັດຕັ້ງປະຕິບັດ ການເກັບຮັກສາ ຢາວັກຊີນ ແລະ ການໃຫ້ບໍລິການ ສັກຢາວັກຊີນ ໃຫ້ແກ່ຜູ້ທີ່ເຂົ້າມາໃຊ້ບໍລິການ ໃນໂຮງໝໍ ພ້ອມນັ້ນ ຄະນະກໍາມະການບໍລິຫານງານກອງທືນວັກຊີນໂລກ ຢັງໄດ້ຢ້ຽມຊົມ ການປະຕິບັດຫນ້າທີ່ຂອງແພດໝໍ ພາຍໃນໂຮງໝໍເຊດຖາທິລາດ ເຊັ່ນ: ບ່ອນໃຫ້ບໍລິການແມ່ ແລະ ເດັກ, ບ່ອນສັກຢາປ້ອງກັນພະຍາດ, ບ່ອນກວດມະເຮັງປາກມົດລູກ ແລະ ບ່ອນປີ່ນປົວມະເຮັງ ແລະ ອື່ນໆອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ