ໂຄງການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າແຫ່ງຊາດ ເຊິ່ງແມ່ນກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ເປັນຜູ້ຈັດຕັ້ງປະຕິບັດ, ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ 10 ແຂວງ ແລະ 51 ເມືອງຈຸດສຸມຂອງລັດຖະບານ. ແຂວງໄຊຍະບູລີ ກໍ່ແມ່ນແຂວງໜຶ່ງທີ່ນອນໃນເປົ້າໝາຍຂອງໂຄງການ ທີ່ຈະສະໜອງເຄື່ອງກົນຈັກກະສິກຳ ແລະ ອຸປະກອນຮັບໃຊ້ການຜະລິດໃຫ້ຈຳນວນໜຶ່ງ. ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນດຳເນີນງານຂອງໂຄງການດຳເນີນໄປຢ່າງຕໍ່ເນື່ອງ, ມີປະສິດທິຜົນສູງ ແລະ ສຳເລັດຕາມແຜນການທີ່ວາງໄວ້. ດັ່ງນັ້ນ, ໃນວັນທີ 27 ພະຈິກ 2017 ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ໄດ້ຈັດພິທີມອບ-ຮັບເຄື່ອງກົນຈັກກະສິກຳ ແລະ ອຸປະກອນ ໃຫ້ສູນພັດທະນາກະສິກຳ 30 ເຮັກຕາ, ເມືອງພຽງ, ແຂວງໄຊຍະບູລີ ເຊິ່ງປະກອບມີ: ລົດໄຖນາ ຈໍານວນ 1 ຄັນ ປະກອບດ້ວຍ ໃບມີດໜ້າ , ໄຖພວນ ຈໍານວນ 1 ຊຸດ, ເຄື່ອງປັ່ນດິນ ຈໍານວນ 1 ຊຸດ ແລະ ອຸປະກອນສ້ອມແປງ ຈຳນວນ 1 ຊຸດ (ລວມມູນຄ່າ 212 ລ້ານກີບ); ລົດດໍານາເດີນຕາມ ຈໍານວນ 1 ຄັນ, ແຕະ ຕົກກ້າ ຈໍານວນ 1.000 ແຕະ ແລະ ເຮືອນຢອດເຂົ້າ (ເຄື່ອງຢອດເມັດ) ຈໍານວນ 2 ເຄື່ອງ (ລວມມູນຄ່າ 55 ລ້ານ 200.000 ກີບ) ແລະ ຕູ້ປັ່ນເຂົ້າ 4 ຟຸດ ຈຳນວນ 1 ເຄື່ອງ (ມູນຄ່າ 53 ລ້ານ 352.000 ກີບ) ລວມເປັນມູນຄ່າທັງໝົດ: ( 320 ລ້ານ552.000 ກີບ). ເຊິ່ງພິທີໄດ້ຈັດຂຶ້ນທີ່ສູນດັ່ງກ່າວ, ຈຸດປະສົງໃນການມອບໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນການສົ່ງເສີມການຜະລິດເມັດພັນ ແລະ ຜະລິດເຂົ້າເປັນສິນຄ້າຕາມແຜນງານ ຂອງໂຄງ ການຄໍ້າປະກັນສະບຽງອາຫານແຫ່ງຊາດ. ຕາງໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ມອບໂດຍ ທ່ານ ໂພຄະລາສີ ອາລຸນສະຫວັດ ຫົວໜ້າພະແນກບໍລິຫານ ທັງເປັນຫົວໜ້າຄະນະຈັດຊື້ຂອງໂຄງການ; ຕາງໜ້າຮັບໂດຍ ທ່ານ ຄໍາພຸດ ອິນທະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ. ໂດຍມີກົມກວດກາ, ກົມແຜນການ ແລະ ການເງິນ, ສູນພັດທະນາກະສິກຳ 30 ເຮັກຕາ ເມືອງພຽງ, ແຂວງໄຊຍະບູລີ, ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ
ຂອບໃຈ ທີມຂ່າວ ກະຊວງກະສິກໍາ
Editor: ກຳປານາດ ລັດຖະເຮົ້າ