ພຣະຍາທ່ານໃຫຍ່ ປອ ມະຫາງອນ ດໍາລົງບຸນ ປະທານສູນກາງ ອົງການພຸດທະສາສະນາສຳພັນລາວ ພ້ອມດ້ວຍຄະນະ, ໄດ້ເດີນທາງຢ້ຽມຢາມພຸດທະສາສະນິກກະຊົນແຂວງບໍ່ແກ້ວ ແລະ ເປັນອົງປະທານປະຊຸມການສືກສາສົງທົ່ວປະເທດ" ໃນລະຫວ່າງ ວັນທີ 27-30 ພະຈິກ 2017 ແຂວງບໍ່ແກ້ວ
ກອງປະຊຸມຜູ່ບໍລິຫານການສຶກສາສົງທົ່ວປະເທດ ຄັ້ງທີ 13, ໄດ້ຈັດຂື້ນ ໃນລະຫວ່າງ ວັນທີ 28-30 ພະຈິກ 2017 ສະໂມສອນແຂວງ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຂອງອົງພຣະສັງຄະປະທານາທິບໍດີ ປັນຈະສີວິສຸດ ພຸດທະວະຣາງກູນ, ວິບູນທັມມະຣັດຕະນະຍານນາຍົກ ຕຣີປິດົກໂກສົນ ພຣະອາຈານໃຫຍ່ ປອ ມະຫາງອນ ດຳລົງບຸນ ປະທານສູນກາງອົງການພຸດທະສາສະນາສັມພັນລາວ ອົງປະມຸກສົງແຫ່ງຄະນະສົງລາວ, ຝ່າຍຄະນະພຣະສົງປະກອບດ້ວຍ: ຫົວຫນ້າກຳມາທິການສຶກສາສົງທົ່ວປະເທດ, ຄະນະປະຈຳ ສູນກາງ ອພສ, ຫົວຫນ້າຫ້ອງການ ອພສ ສູນກາງ, ຄະນະ ອພສ ສູນກາງ, ປະທານ ອພສ ແຂວງ ຄະນະ ອພສ ແຂວງບໍ່ແກ້ວ ແລະ ຜູ້ບໍລິຫານການສຶກສາສົງທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ; ແລະ ຝ່າຍຄາລະວາດ ແມ່ນໄດ້ຮັບກຽດຈາກ ທ່ານ ຄຳພັນ ເຜີຍຍະວົງ ຄະນະກຳມະການ ສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆບໍ່ແກ້ວ, ບັນດາຮອງເຈົ້າແຂວງ, ຄະນະພັກ-ຄະນະນຳແຂວງ, ກະຊວງ, ພະແນກສຶກສາແຂວງ, ອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ກອງປະຊຸມ ໄດ້ມີການລາຍງານສະພາບວຽກງານການສຶກສາສົງ ໃນໄລຍະຜ່ານມາ, ພ້ອມທັງແຜນທິດທາງ ຫລື ວິໄສທັດ ໃນຂ້າງຫນ້າ ໃນຫລາຍປະເດັນ ເພື່ອປັບປຸງ ແລະ ພັດທະນາວຽກງານການສຶກສາ ສົງ ໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວທີ່ຂະຫຍາຍຕົວ ສ່ອງຄ່ອງ ແລະ ໄປຕາມທິດທາງການສຶກສາສົງ ກໍ່ຄື ພັກ ແລະ ລັດຖະບານ ສປປ ລາວ.
Editor: ກຳປານາດ ລັດຖະເຮົ້າ