ແຂວງສະຫວັນນະເຂດ ມີລົດບໍ່ຖືກຕ້ອງ ທີ່ແຂວງຂຶ້ນບັນຊີໄວ້ທັງໝົດ 5.702 ຄັນ ເຊິ່ງມາຮອດປັດຈຸບັນ ສາມາດແກ້ໄຂໄດ້ແລ້ວ 2.716 ຄັນ. ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຫລາຍກວ່າ 40 ຕື້ກີບ.
ປີ 2017 ກອງກວດກາພາສີ ປະຈຳແຂວງສະຫວັນນະເຂດ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຈຳນວນ 9 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕົວຈິງນັບແຕ່ເດືອນມັງກອນຫາວັນທີ 23 ພະຈິກ 2017 ສາມາດປະຕິບັດໄດ້ທັງໝົດ 51 ຕື້ກວ່າກີບ ເທົ່າກັບ 568,68%, ລືື່ນແຜນການປີ 460,95% ຄິດເປັນຕົວເລກເງິນລື່ນແຜນການປະມານ 42 ຕື້ກວ່າກີບ. ທັງນີ້, ກໍ່ຍ້ອນການແກ້ໄຂລົດບໍ່ຖືກຕ້ອງຈຳນວນ 2.716 ຄັນ. ໃນນັ້ນ, ເປັນປະເພດລົດໃຫຍ່ 1.401 ຄັນ ລົດຈັກ 1.315 ຄັນ.
ທ່ານ ຄໍາພອນ ຫານຊະນະ ຮອງຫົວໜ້າກອງກວດກາພາສີປະຈຳແຂວງສະຫວັນນະເຂດ ໃຫ້ສຳພາດ ວ່າ:
ດ້ານວິຊາສະເພາະກອງກວດກາພາສີປະຈຳແຂວງປະກອບມີ 2 ຈຸງານ ຄື: ຈຸງານປະຕິບັດໜ້າທີ່ວິຊາສະເພາະ ແລະ ຈຸງານປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ພະນັກງານ-ເຈົ້າໜ້າທີ່ ພາສີປະຈຳກອງກວດກາທັງໝົດ 34 ສະຫາຍ, ຍິງ 5 ສະຫາຍ, ມີຄະນະກອງກວດກາ 4 ສະຫາຍ, ໃນແຕ່ລະໄລຍະຄະນະກອງກວດກາພາສີ ໄດ້ຊັບຊ້ອນໝູນວຽນພະນັກງານ-ສະມາຊິກພັກ ຕາມຄວາມຮູ້ຄວາມສາມາດ ແລະ ແບ່ງຄວາມຮັບຜິດຊອບຢ່າງ ລະອຽດ.
ສໍາລັບ ແຜນຄາດຄະເນຈັດກັບລາຍຮັບເຂົ້າງົບປະມານໝົດປີ 2017 ຂອງກອງກວດກາພາສີປະຈຳແຂວງສະຫວັນນະເຂດ, ຖ້າຫາກວ່າທາງຄະນະຮັບຜິດຊອບ ໂດຍສະເພາະແມ່ນ ຄະນະນຳຈາກກະຊວງການເງິນ ອະນຸຍາດໃຫ້ແກ້ໄຂລົດທີ່ບໍ່ຖືກຕ້ອງ ທີ່ເຈົ້າໜ້າພາສີຂອງກອງກວດກາພາສີປະຈຳແຂວງ ໄດ້ຢຶດມາໄວ້ຈຳນວນ 6 ຄັນ ແລະ ອີກ 17 ຄັນ ແມ່ນເຈົ້າໜ້າທີ່ພາສີ ໄດ້ຮ່ວມກັບ ຄະນະສະເພາະກິດຂອງແຂວງ ຄາດວ່າການເກັບລາຍຮັບເຂົ້າງົບປະມານຈະບັນລຸເຖິງ 53 ຕື້ກີບ.
Editor: ກະຊວງການເງິນ