ແຂວງບໍ່ແກ້ວ ສ້າງຜົນງານຢ່າງຕໍ່ເນື່ອງ ຈັບກຸມພວກຄ້າຢາເສບຕິດລາຍນ້ອຍ-ລາຍໃຫຍ່ບໍ່ມີເວັ້ນ ເພື່ອຮັກສາຄວາມສະຫງົບສຸກຂອງຊາດ. ຄັ້ງນີ້ແມ່ນ ເຈົ້າໜ້າທີ່ ປກສ ເມືອງປາກທາ, ແຂວງບໍ່ແກ້ວ ທີ່ສາມາດສະກັດຈັບກຸ່ມພໍ່ຄ້າຢາເສບຕິດໄດ້ ພ້ອມຂອງກາງຈຳນວນຫລາຍເປົາ.
ໂດຍເຈົ້າໜ້າທີ່ຕຳຫຼວດເມືອງປາກທາ, ແຂວງບໍ່ແກ້ວ ຈັບກຸ່ມຄ້າຢາດັ່ງກ່າວໄດ້ໃນວັນທີ 14 ພະຈິກ 2017ທີ່ຜ່ານມາ ແລະ ຍັງບໍ່ມີການເປີດເຜີຍໃຫ້ຮູ້ວ່າຢາບ້າຈຳນວນດັ່ງກ່າວມີນ້ຳໜັກເທົ່າໃດ ແຕ່ເບິ່ງຈາກຮູບແລ້ວບໍ່ທຳມະດາ ຖ້າຜ່ານເລັດລອດໄປໄດ້ ຊາວໜຸ່ມເຍົາວະຊົນ ແລະ ຜູ້ຕົກເປັນເຫຍື່ອຢາເສບຕິດ ຈະເປັນແນວໃດ ບໍ່ອາດນຶກພາບໄດ້.
Editor: ລາວອັບເດດ