ອ້າງອີງຈາກແຫລງຂ່າວລາຍງານວ່າ ໃນວັນທີ 29 ພະຈິກ 2017 ປະຊາຊົນບ້ານນາຂວ້າງ, ເມືອງປາກເຊ, ແຂວງຈໍາປາສັກ ເຂົາເຈົ້າໄປຈັບໄດ້ປາຝາຍັກ ທີ່ຍັງມີຊີວິດຢູ່ ຊຶ່ງຈັບໄດ້ຢູ່ແມ່ນໍ້າຂອງ ແລະ ຊາວບ້ານກໍ່ໄດ້ໃຊ້ລໍ້ຊຸກເອົາປາຝາດັ່ງກ່າວຂຶ້ນຈາກແຄມຂອງ ເພາະມັນມີຂະຫນາດໃຫຍ່ ແຕ່ແຫລງຂ່າວບໍ່ໄດ້ບອກວ່າມີຂະຫນາດຍາວ ແລະ ກວ້າງຈັກແມັດ ລວມໄປເຖິງວ່າປາຝາມີນ້ຳຫນັກເທົ່າໃດ.
ຊຶ່ງກ່ອນຫນ້ານີ້ ຖ້າຫາກທ່ານຜູ້ຊົມຍັງຈຳໄດ້ ກໍ່ມີຂ່າວປະຊາຊົນ ແຂວງຈຳປາສັກ ຈັບປາຝາຍັກໄດ້ມາໂຕ ໜຶ່ງ ແຕ່ບອກວ່າມັນຕາຍກ່ອນຈະໄປພົບເຫັນ ຈິ່ງແບ່ງປັນກັນເພື່ອນຳໄປເປັນອາຫານໝົດ
ຢ່າງໃດກໍ່ຕາມ ປາຝາຊະນິດນີ້ ແມ່ນສັດນ້ຳປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງບັນຊີ 2 ເອີ້ນຊື່ທາງການວ່າ ປາຝາໄລ (ເປັນສັດນ້ໍາເລືອຄານ) ແລະ ສັດນ້ໍາຊະນິດນີ້ກໍ່ໃກ້ຈະສູນພັນແລ້ວ.
Editor: ລາວອັບເດດ