ແນໃສ່ເຮັດໃຫ້ ສປປ ລາວ ເວົ້າລວມ ໂດຍສະເພາະແຂວງອຸດົມໄຊ ຫຼຸດພົ້ນອອກຈາກສະພາວະ ດ້ອຍພັດທະນາ, ມີສະຖຽນນະພາບທາງດ້ານການເມືອງອັນໜັກແໜ້ນ, ມີຄວາມເປັນລະບຽບຮຽບຮ້ອຍ ທາງດ້ານສັງຄົມ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັ່ງຫວະວ່ອງໄວແຂວງອຸດົມໄຊ ວາງເປົ້າໝາຍສູ້ຊົນ 3 ເດືອນ ທ້າຍປີ ເພື່ອເຮັດໃຫ້ລວມຍອດຜະລິດຕະພັນພາຍໃນໝົດປີ 2017 ຂອງ ແຂວງບັນລຸໄດ້ 8.557 ຕື້ກີບ.
ອີງຕາມຂໍ້ມູນຈາກພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ເປີດເຜີຍໃຫ້ຮູ້ວ່າ: ໃນ 3 ເດືອນ ທ້າຍປີ 2017 ແຂວງອຸດົມໄຊ ໄດ້ວາງຄາດໝາຍສູ້ຊົນຫຼາຍດ້ານ ເພື່ອເຮັດໃຫ້ມູນຄ່າລວມຍອດຜະລິດຕະພັນພາຍໃນໝົດປີ 2017 ໃຫ້ບັນລຸ 8.557 ຕື້ກີບ ໃນນັ້ນ: ຂະແໜງກະສິກຳເພີ່ມຂຶ້ນ 3,8% ກວມເອົາ 31,1%, ອຸດສາຫະກຳ ເພີ່ມຂຶ້ນ 11% ກວມເອົາ 35,1% ແລະ ການບໍລິການເພີ່ມຂຶ້ນ 12,9% ກວມເອົາ 33,5% ຂອງ GDP, ພ້ອມນີ້ ຍັງຄາດຄະເນ 3 ເດືອນ ທ້າຍປີຈະສູ້ຊົນຈັດເກັບລາຍຮັບພາຍໃນໃຫ້ໄດ້ 140,07 ຕື້ກີບ ແລະ ລາຍຈ່າຍໃຫ້ຢູ່ໃນລະດັບ 148,41 ຕື້ກີບ.
ຂະນະທີ່ໃນ 9 ເດືອນຜ່ານມາ ທົ່ວແຂວງສາມາດຈັດເກັບລາຍ ຮັບເຂົ້າງົບປະມານໄດ້ທັງໝົດ 542,6 ຕື້ກີບ, ເທົ່າກັບ 79,48% ຂອງແຜນການປີ ໃນນີ້ ລາຍຮັບພາຍໃນ 165,6 ຕື້ກີບ, ເທົ່າກັບ 77,74% ຂອງແຜນການປີ, ລາຍຮັບດຸ່ນດ່ຽງຈາກສູນກາງ 253,4 ຕື້ກີບ ເທົ່າກັບ 78,88%, ຮັບຈາກພາສີ 377,06 ຕື້ກີບ ເທົ່າກັບ 80,28% ຂອງແຜນການປີ ສ່ວນດ້ານລາຍຈ່າຍປະຕິບັດໄດ້ 385 ຕື້ກວ່າກີບ, ເທົ່າກັບ 72,23% ຂອງແຜນການປີ ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນ 259 ຕື້ກີບ ເທົ່າກັບ 71,2%, ຈ່າຍການລົງທຶນຂອງລັດ 56,78 ຕື້ກີບ ເທົ່າກັບ 86,34% ຂອງແຜນການປີ.
ທັງນີ້ ກໍເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມໃນທ້າຍ ປີ 2017 ຂອງແຂວງອຸດົມໄຊ ຊຶ່ງຕ້ອງໄດ້ສຸມໃສ່ຊຸກຍູ້ແຮງການຜະລິດ ແລະ ການບໍລິການ ເພື່ອຮັບປະກັນໃຫ້ເສດຖະກິດສືບຕໍ່ເຕີບໂຕໄວ, ສູ້ຊົນຮັບປະກັນສະຖຽນລະພາບ ທາງດ້ານເສດຖະກິດໃຫ້ໄດ້ຕາມຄາດໝາຍ ແລະ ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດເພື່ອຮັບປະກັນໃຫ້ເສດຖະກິດເຕີບໂຕ ໃນລະດັບ 8,5%, ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 8.557 ຕື້ກີບ ຫຼື ສະເລ່ຍຕໍ່ຫົວຄົນ ໃຫ້ບັນລຸໄດ້ 2.764 ໂດລາຕໍ່ຄົນຕໍ່ປີ.
Editor: ຫນັງສືພິມເສດຖະກິດ-ສັງຄົມ