ສູນເລືອດແຫ່ງຊາດ ຈັດກິດຈະກຳ ບໍລິຈາກເລືອດ ເພື່ອຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 42 ປີ ພາຍໃຕ້ຄຳຂັວນ ບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ ຂຶ້ນໃນມມື້ນີ້ ໂດຍການເຂົ້າຮ່ວມເປີດພິທີຂອງທ່ານ ສາດສະດາຈານ ດ໋ອກເຕີ ສົມອົກ ກິ່ງສະດາ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຮອງສາດສະດາຈານ ດ໋ອກເຕີ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ມີບັນດາກົມກອງຂອງກອງທັບ, ຄູ-ອາຈານ, ນັກຮຽນ ແລະ ບັນດາບໍລິສັດຈຳນວນໜຶ່ງ ເຂົ້າຮ່ວມ.
ການຈັດກິດຈະກໍາໃນຄັ້ງນີ້ ແມ່ນເພື່ອຂໍ່ານັບຮັບຕ້ອນວັນສຳຄັນ ຂອງພັກ-ຂອງຊາດ ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 42 ປີ ແລະ ຍັງເປັນການກອບກູ້ເອົາຊີວິດຜູ້ທີ່ເຈັບນອນຢູ່ໂຮງໝໍ ທີ່ຕ້ອງການເລືອດ. ແນໃສ່ປຸກລະດົມຊາວໜຸ່ມ-ນັກຮຽນ ໃຫ້ປະກອບສ່ວນບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ເພື່ອຕອບສະໜອງເລືອດ ໃຫ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບທີ່ນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ເພາະເລືອດ ແມ່ນສິ່ງທີ່ສໍາຄັນທີ່ຂາດບໍ່ໄດ້ ແລະ ເລືອດ ບໍ່ສາມາດທີ່ຈະເອົາສິ່ງອື່ນໃຊ້ແທນເລືອດໄດ້ ແລະ ທັງເປັນ ການປູກຈິດສຳນຶກໃຫ້ແກ່ຊົນຊັ້ນຄົນຕ່າງໆໃນສັງຄົມ ເຫັນໄດ້ວັນສຳຄັນຂອງພັກ-ຂອງຊາດໃນແຕ່ລະປີ ເຊິ່ງແມ່ນວັນປະຫວັດສາດຂອງຊາດລາວ ກວ່າຈະມີວັນນີ້ ແມ່ນບັນດາພະບູລຸດຂອງເຮົາ ໄດ້ເສຍສະຫຼະຊີວິດບໍ່ຈັກເທົ່າໃດຄົນ ແລະ ຢາກໃຫ້ຄົນຮຸ້ນ ໃໝ່ໄດ້ຈາລຶກຄຸນງາມຄວາມດີ ໂດຍສະແດງອອກທີ່ການກະທຳ, ເປັນການສ້າງບຸນກຸສົນ ແລະ ຊ່ວຍຊີວິດຂອງຫຼາຍໆຄົນ ທີ່ກຳລັງລໍຖ້າເລືອດ ນອນຮັກສາໂຕຢູ່ໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ.
Editor: ດາວໄຊ ສີວິໄລ