ເຈົ້າໜ້າທີ່ວິຊາສະເພາະແຂວງອຸດົມໄຊ ໄດ້ຈັດການທໍາລາຍປ້າຍພາຫານະທີ່ໃຊ້ການບໍ່ໄດ້ທຸກປະເພດ ທີ່ມີທັງປ້າຍໂອນ, ປ້າຍປອມ ແລະ ປ້າຍທີ່ຕົກເຮ່ຍຕາມຖະໜົນຫົນທາງ ຊື່ງໃຊ້ເວລາ 5 ປີໃນການເກັບກູ້ ກ່ອນນຳມາທຳລາຍຖີ້ມ.
ການທໍາລາຍປ້າຍລົດຄັ້ງໃຫຍ່ນີ້ ແມ່ນປະຕິບັດຕາມ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄຳສັ່ງແນະນຳຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ກໍ່ຄືຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງອຸດົມໄຊ ສະບັບເລກທີ່ 493/ປອຊ. ລົງວັນທີ 08 ກັນຍາ 2017 ວ່າດ້ວຍການທຳລາຍແຜ່ນປ້າຍພາຫານະທຸກປະເພດ ທີ່ຫັກ, ຂາດ, ເປ່ເພ ແລະ ໃຊ້ການບໍ່ໄດ້.
ດັ່ງນັ້ນຕອນບ່າຍຂອງວັນທີ 24 ພະຈິກ 2017 ,ຢູ່ທີ່ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງອຸດົມໄຊ ຈິງໄດ້ຈັດພິທີທຳລາຍແຜ່ນປ້າຍຈຳນວນດັ່ງກ່າວຂື້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ບຸນທອງ ວານວົງສາ ຄະນະພັກຫ້ອງຕຳຫຼວດ ຜູ່ຊີ້ນຳວຽກງານຕຳຫຼວດຈະລາຈອນ ແລະ ມອດໄຟ ປກສ ແຂວງອຸດົມໄຊ. ເຂົ້າຮ່ວມມີຜູ່ຕ່າງໜ້າຈາກບັນດາຫ້ອງ, ກອງ, ບັນດາພະແນກທີ່ກຽ່ວຂ້ອງ, ມີຄະນະພະແນກ, ຄະນະກອງ ຕະຫຼອດຮອດພະນັກງານ-ນັກຮົບ ພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.
ຈໍານວນແຜ່ນປ້າຍທີ່ໄດ້ນໍາມາຕັດທໍາລາຍຖີ້ມໃນຄັ້ງນີ້ ມີທັງໝົດຈໍານວນ 213 ປ້າຍ(ຄູ່) ແລະ 131 ປ້າຍ ,ໃນນີ້ ມີ 3 ປະເພດປ້າຍ ຄື: 1. ປະເພດປ້າຍໂອນ, 2. ປ້າຍປອມ ,3. ປ້າຍຕົກເຮ່ຍ ນອກນັ້ນ ຍັງມີປະເພດປ້າຍເກົ່າ, ປ້າຍຫັກ ແລະ ອື່ນໆ; ລວມທັງປ້າຍລົດໃຫຍ-ລົດຈັກ ແລະ ມີທຸກປະເພດປ້າຍ ທີ່ໄດ້ຈາກການກວດກາພົບເຫັນ, ການປ່ຽນຖ່າຍ ແລະ ອື່ນໆ, ເຊິ່ງເປັນປ້າຍທີ່ບໍ່ສາມາດນຳໃຊ້ໄດ້ອີກຕໍ່ໄປ ທາງເຈົ້າໜ້າທີ່ໄດ້ທ້ອນໂຮມມາແຕ່ປີ 2012 ເປັນຕົ້ນມາ. ທັງໝົດນີ້ ກໍ່ເພື່ອຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍັງເປັນການສະກັດກັ້ນ, ປ້ອງກັນບັນຫາຕ່າງໆທີ່ຕາມມາ ເວົ້າລວມ, ເວົ້າສະເພາະ ຕໍ່ພາຫານະທຸກປະເພດໃຫ້ນັບມື້ມີຄວາມເປັນລະບຽບຮຽບຮ້ອຍດີຂື້ນ.
Editor: ປກສ ແຂວງອຸດົມໄຊ