ໃນວັນທີ 28 ພະຈິກ 2017 ຜ່ານມານີ້ ທ່ານ ເລັດ ໄຊຍະພອນ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື ພ້ອມດ້ວຍ ຄະນະນໍາຂອງແຂວງ ໄດ້ລົງໄປຢ້ຽມຢາມ ແລະ ໃຫ້ຄວາມອົບອຸ່ນ, ແບ່ງເບົາຄວາມເສົ້າໂສກ ແລະ ໃຫ້ກຳລັງໃຈ ຄອບຄົວ ທ່ານ ສີທັດ ອິນທີວົງ, ພະນັກງານ ບຳນານ, ອາດີດການນຳຂອງແຂວງອັດຕະປື ທີ່ປະສົບອັກຄີໄພ ອັນໃຫຍ່ຫລວງໃນຄັ້ງນີ້ (ໄຟໄໝ້ເຮືອນ).
ໂອກາດດັ່ງກ່າວ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື ກໍ່ໄດ້ຕ່າງໜ້າການນຳຂອງແຂວງ ມອບເງິນ ຊ່ວຍເຫຼືອໃນເບື້ອງຕົ້ນ ຈຳນວນ 10 ລ້ານກີບ, ພ້ອມກັນນັ້ນ ອົງການກາແດງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຍັງໄດ້ມອບເຄື່ອງບັນເທົາທຸກ ເປັນເຄື່ອງອຸປະໂພກ, ບໍລິໂພກ ເພື່ອແກ້ໄຂ ໃນການດຳລົງຊີວິດໃຫ້ແກ່ຄອບຄົວຜູ້ປະສົບອັກຄີກໄພໃນຄັ້ງນີ້ອີກດ້ວຍ.
Editor: ຂ່າວແຂວງອັດຕະປື